Homeຂ່າວການຮ່ວມມືທ່ານ ສົມບູນ ສີຫານາດ ປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ພ້ອມຄະນະ ເດີນທາງຢ້ຽມຢາມ ສປ ຈີນ

ທ່ານ ສົມບູນ ສີຫານາດ ປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ພ້ອມຄະນະ ເດີນທາງຢ້ຽມຢາມ ສປ ຈີນ

Published on

ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນຂອງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Council of Mekong Institute) ປະຈໍາສົກປີ 2025-2027 ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ການຫັນນະໂຍບາຍໃຫ້ເປັນຮູບປະທໍາ” ແລະ ເພື່ອເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ນໍາພາຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຜູ້ອຳນວຍການໃຫຍ່ ແລະ ກອງເລຂາປະສານງານ ສະຖາບັນແມ່ນໍ້າຂອງ ທີ່ມີສໍານັກງານຕັ້ງຢູ່ຂອນແກ່ນ, ປະເທດໄທ ຮ່ວມເດີນທາງໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງຂອງ ສປ ຈີນ ໃນລະຫວ່າງວັນທີ 11-15 ພຶດສະພາ 2026 ທີ່ ນະຄອນຫຼວງປັກກິ່ງ ແລະ ນະຄອນຄຸນໝິງ ສປ ຈີນ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ສະມາຊິກສະພາບໍລິ ຫານງານສະຖາບັນແມ່ນໍ້າຂອງ ໂດຍສະເພາະ ສປປ ລາວ ແລະ ສປ ຈີນ ລວມທັງພາກສ່ວນກ່ຽວຂ້ອງຕ່າງໆທີ່ສໍາຄັນ ຂອງ ສປ ຈີນ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ຜັນຂະຫຍາຍການ ຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໂຄງການຕ່າງໆທີ່ນອນຢູ່ໃນແຜນຍຸດທະສາດ 5 ປີ ຂອງ ສະຖາບັນແມ່ນໍ້າຂອງ ສະບັບໃໝ່ (ປີ 2026-2030) ຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາເທື່ອລະກ້າວ.

ການເຄື່ອນໄຫວຄັ້ງນີ້, ທ່ານ ສົມບູນ ສີຫານາດ ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Xu Hao ຮອງເຈົ້າແຂວງຢຸນນານ ໃນນາມສະ ມາຊິກສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ຂອງ ສປ ຈີນ; ທັງສອງຝ່າຍໄດ້ຮ່ວມກັນທົບທວນ ຄືນໝາກຜົນຂອງການຮ່ວມມື ພາຍໃຕ້ແຜນວຽກບຸລິມະສິດ ຂອງສະຖາບັນແມ່ນໍ້າຂອງ ແລະ ລົງເລິກປຶກສາຫາລືກ່ຽວກັບ ທິດທາງການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ 5 ປີ ຂອງ ສະຖາບັນແມ່ນໍ້າຂອງ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະ ການເພີ່ມທະວີການຮ່ວມມືໃນຂົງເຂດການເຊື່ອມຈອດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ການປົກປັກຮັກສາສິ່ງ ແວດລ້ອມ, ການຜະລິດຢາພື້ນເມືອງ, ການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ໃນອະນຸພາກພື້ນແມ່ນໍ້າຂອງໃນອະນາຄົດ.

ນອກຈາກນີ້, ຍັງໄດ້ພົບປະກັບກົມອາຊີ, ກະຊວງການຕ່າງປະເທດ ສປ ຈີນ ໃນນາມສະມາຊິກຄະນະປະຈໍາ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ເພື່ອປຶກສາຫາລື ກ່ຽວກັບນະໂຍບາຍການຮັດແໜ້ນການຮ່ວມມື ລະຫວ່າງບັນດາປະເທດສະມາຊິກດ້ວຍກັນ, ການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຂອງບັນດາຄູ່ຮ່ວມພັດທະນາຕ່າງໆ ໂດຍສອດຄ່ອງກັບບັນດາກົນໄກ ການຮ່ວມມືທີ່ມີຢູ່ແລ້ວໃນອະນຸພາກພື້ນ ເຊັ່ນ: ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຂອບການຮ່ວມມືອາຊຽນ-ຈີນ ແລະ ຂອບການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ. ພ້ອມກັນນັ້ນ, ຄະນະດັ່ງກ່າວ, ຍັງໄດ້ສືບຕໍ່ພົບປະປຶກສາຫາລືກ່ຽວກັບບັນດາແຜນວຽກ ແລະ ໂຄງການທີ່ຈັດຕັ້ງປະຕິບັດຮ່ວມກັນໃນປັດຈຸບັນ ແລະ ອະນາຄົດ ຮ່ວມກັບບັນດາອົງການຈັດຕັ້ງສາກົນທີ່ສໍາຄັນຂອງ ສປ ຈີນ ທີ່ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງປັກກິ່ງ ເຊັ່ນ: ທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ ແລະ ອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນ. ພ້ອມນີ້, ຄະນະດັ່ງກ່າວໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສະຖານທີ່ສໍາຄັນອື່ນໆຂອງແຂວງຢຸນນານ ເຊັ່ນ: ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ (ເຊິ່ງມີສະຖາບັນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ເປັນໜ່ວຍງານປະສານງານຂອງຝ່າຍຈີນ ກ່ຽວກັບການຮ່ວມມືຮອບດ້ານກັບ ສະຖາບັນແມ່ນໍ້າຂອງ), ມະຫາວິທະຍາໄລປ່າໄມ້ພາກຕາເວັນຕົກສ່ຽງໃຕ້ ແລະ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ແມ່ນ້ຳຂອງ-ລ້ານຊ້າງ ສາກົນ ຈຳກັດ.

ການເຄື່ອນໄຫວຢ້ຽມຢາມ ສປ ຈີນ ໃນຄັ້ງນີ້, ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ໃນໄລຍະການປະທານໝູນວຽນ ຂອງ ສປປ ລາວ ໃນສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ປະຈໍາປີ 2025-2027 ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...