Homeຂ່າວທ້ອງຖິ່ນທຳລາຍລະເບີດ 3 ໜ່ວຍ! ໂຄງການເກັບກູ້ລະເບີດແຫ່ງຊາດ ແຂວງອັດຕະປື ທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500...

ທຳລາຍລະເບີດ 3 ໜ່ວຍ! ໂຄງການເກັບກູ້ລະເບີດແຫ່ງຊາດ ແຂວງອັດຕະປື ທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ ຈໍານວນ 3 ໜ່ວຍ

Published on

ໃນວັນທີ 17-19 ພຶດສະພາ 2026 ຜ່ານມາ, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ປະຈໍາແຂວງອັດຕະປື ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະ ລັດອາເມລິກາ ສຳເລັດການທຳລາຍລະເບີດໃຫຍ່ ປະເພດ MK 82 GPLD ນໍ້າໜັກ 500 ປອນ ຫຼື ປະມານ 226,7 ກິໂລກຣາມ ຈໍານວນ 3 ໜ່ວຍ ຢູ່ບ້ານວົງລະ ຄອນ ເມືອງພູວົງ ແຂວງອັດຕະປື.

ກ່ອນໜ້ານີ້ລະເບີດດັ່ງກ່າວ, ໄດ້ຖືກພົບເຫັນຢູ່ໃນສວນມັນຕົ້ນຂອງ ທ່ານ ຫັດ ຊຶ່ງເປັນເຈົ້າຂອງທີ່ດິນ ແລະ ເປັນປະຊົນຂອງ ບ້ານວົງລະຄອນ. ພາຍຫລັງການລົງສຳຫລວດເພື່ອພິສູດປະເພດລະເບີດ ແລະ ວາງແຜນການທຳລາຍ, ທີມງານ ຄກລ ປະຈໍາແຂວງອັດຕະປື ກໍໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ແຈ້ງໃຫ້ປະຊາຊົນຮັບຊາບຕໍ່ແຜນການທຳລາຍ.

ຜ່ານການປະເມີນທາງດ້ານວິຊາການ ແລະ ການຮັບປະກັນຄວາມຄວາມປອດໄພ ໃຫ້ແກ່ຊຸມຊົນ, ທີມງານພາກສະໜາມໄດ້ເຄື່ອນຍ້າຍລະເບີດອອກຈາກຈຸດທີ່ພົບເຫັນ ເພື່ອນຳໄປທຳລາຍໃນຈຸດທີ່ມີຄວາມປອດໄພ ແລະ ຫ່າງອອກຈາກຊຸມຊົນປະມານ 1.500 ແມັດ ຊຶ່ງການທຳລາຍຄັ້ງນີ້ແມ່ນໄດ້ນຳໃຊ້ເຕັກນິກການທຳລາຍແບບແຮງຕໍ່າ ແລະ ສຳເລັດລຸລ່ວງໄປດ້ວຍດີຕາມເຕັກນິກວິຊາການ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...