Homeນານາສາລະຟ້າຜ່າ ເລື່ອງໃກ້ຕົວທີ່ຫຼາຍຄົນເບິ່ງຂ້າມ

ຟ້າຜ່າ ເລື່ອງໃກ້ຕົວທີ່ຫຼາຍຄົນເບິ່ງຂ້າມ

Published on

ໃນໄລຍະຊ່ວງຍາມຝົນແບບນີ້ ຫຼີກລ່ຽງບໍ່ໄດ້ທີ່ເຮົາຈະພົບກັບສະພາບຝົນຕົກ ຟ້າເຫຼື້ອມ ຟ້າຜ່າ, ໂດຍສະເພາະ ຟ້າຜ່າ ເປັນໜຶ່ງໃນເຫດການທຳມະຊາດທີ່ສ້າງຄວາມສູນເສຍແກ່ຊີວິດ ແລະ ຊັບສິນ, ບາງຄົນກໍອາດຈະບໍ່ຮູ້ ຫຼື ບາງຄົນກໍຮູ້ແລ້ວ ແຕ່ກໍອາດຈະປະໝາດ ແລະ ເບິ່ງຂ້າມເລື່ອງຟ້າຜ່າໄປ ຄິດພຽງວ່າ ບໍ່ເກີດກັບເຮົາ ບໍ່ເປັນຫຍັງດອກ ສະນັ້ນ, ເຮົາຈະພາມາຮູ້ຈັກເບື້ອງຕົ້ນກັບການເກີດຟ້າຜ່າ ແລະ ວິທີການປ້ອງກັນຕົນເອງ ໃນກໍລະນີທີ່ເຮົາຕົກໃນເຫດການທີ່ສ່ຽງຖືກຟ້າຜ່າ.

ຟ້າຜ່າເກີດຈາກຫຍັງ? ຟ້າຜ່າເປັນປະກົດການທຳມະຊາດ ທີ່ເກີດຈາກການຖ່າຍເທປະຈຸໄຟຟ້າລະ ລະຫວ່າງກ້ອນເມກກັບພື້ນດິນ ຫຼື ລະຫວ່າງກ້ອນເມກນຳກັນເອງ.

ອີງຕາມສະຖິຕິໂລກ (Guinness World Records) ທີ່ເຄີຍບັນທຶກໄວ້ ຂອງປະກົດການຟ້າຜ່າທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນ ປະກົດການຟ້າຜ່າແຫ່ງຄາຕາຕຸມໂບ (The Catatumbo Lightning) ປະເທດເວເນຊຸເອລາ ໃນບໍລິເວນປາກແມ່ນ້ຳຄາຕາຕຸມໂບທີ່ໄຫຼລົງສູ່ບຶງມາຣາໄຄໂບ (Lake Maracaibo) ບໍລິເວນພື້ນທີ່ນີ້ມີຟ້າຜ່າເກືອບ 250​ ຄັ້ງຕໍ່ກິໂລຕາແມັດໃນແຕ່ລະປີ.

ປະກົດການຟ້າຜ່າໄດ້ເກີດຂຶ້ນຫຼາຍເຖິງ 300 ຄືນຕໍ່ປີ ໂດຍແຕ່ລະຄັ້ງອາດກິນເວລາດົນເຖິງ 9 ຊົ່ວໂມງ. ໃນປີ 2010 ປະກົດການຟ້າຜ່າຈະຢຸດລົງ ຕັ້ງແຕ່ເດືອນມັງກອນ ຫາ ເດືອນເມສາ ເຊິ່ງອາດເປັນຜົນມາຈາກປະກົດການແອວນີໂຍ ຫຼື ແອວນີຍາ ເຊິ່ງເປັນຄວາມຜັນຜວນຂອງສະພາບອາກາດໃນຊີກໂລກໃຕ້.

ຂ່າວເຫດການຟ້າຜ່າທີ່ເຮັດໃຫ້ສັດລ້ຽງ ຫຼື ຄົນເສຍຊີວິດ ກໍມີໃຫ້ເຫັນໄດ້ໃນທຸກໆປີ ສາເຫດກໍມາຈາກຫຼາຍປັດໄຈເຊັ່ນ ໜີຝົນເຂົ້າໄປຢູ່ກ້ອງຕົ້ນໄມ້, ຢູ່ບ່ອນໂລ່ງແຈ້ງ, ສິ່ງປູກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ອື່ນໆ.

ເພື່ອປ້ອງກັນອັນຕະລາຍຈາກເຫດການຟ້າຜ່າ ທຸກຄົນສາມາດປະຕິບັດຕາມໄດ້ດັ່ງນີ້:

  • ເມື່ອເກີດຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ຄວນຫຼີກລ່ຽງການຢູ່ບ່ອນໂລ່ງແຈ້ງເຊັ່ນ ທົ່ງນາ ຫຼື ສະຖານທີ່ທີ່ປາສະຈາກຕົ້ນໄມ້ ຫາກເກີດເຫດການຟ້າຜ່າ ການຢູ່ບ່ອນໂລ່ງແຈ້ງ ກະແສໄຟຟ້າຈາກຟ້າຜ່າຈະແລ່ນກົງມາສູ່ຕົວເຮົາ
  • ຄວນນໍາເຄື່ອງປະດັບທີ່ເປັນໂລຫະອອກຈາກຮ່າງກາຍ 
  • ໃນກໍລະນີທີ່ຢູ່ບ່ອນໂລ່ງແຈ້ງໃນຂະນະທີ່ມີພາຍຸຝົນ ໃຫ້ນັ່ງໝອບ ພ້ອມຫຍໍ້ຕົວໃຫ້ຕ່ຳ ແລະ ໃກ້ກັບພື້ນດິນໃຫ້ຫຼາຍທີ່ສຸດ ຖ້ານັ່ງດ້ວຍຂາດຽວຈະປອດໄພຫຼາຍຂຶ້ນ ຫ້າມນອນແນບກັບພື້ນດິນເດັດຂາດເມື່ອເກີດຟ້າຜ່າ
  • ຫຼີກລ່ຽງການຢູ່ໃກ້ເສົາໄຟຟ້າ ປ້າຍໂຄສະນາ ຫຼື ໂຄງສ້າງທີ່ເປັນຕົວນຳໄຟຟ້າ
  • ຫ້າມຢືນອີງຕົ້ນໄມ້ທີ່ສູງເດັ່ນກວ່າຕົ້ນອື່ນ
  • ຄວນຢູ່ໃນອາຄານທີ່ມີການຕິດຕັ້ງລະບົບປ້ອງກັນຟ້າຜ່າ ແລະ ບໍ່ຄວນໃຊ້ອຸປະກອນໄຟຟ້າຕ່າງໆ ຫຼື ຢູ່ໃກ້ກັບປະຕູປ່ອງຢ້ຽມທີ່ມີຂອບເປັນໂລຫະ

 

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...