Homeຂ່າວທົ່ວໄປເປີດລົງທະບຽນເຂົ້າຮ່ວມພັນທະກິດທາງເສດຖະກິດຂອງກຸ່ມປະເທດ ທີ່ໃຊ້ພາສາຝຣັ່ງປະຈຳອາຟຣິກາຕາເວັນອອກໃນວັນທີ 6-8 ຕຸລາ 2026 ທີ່ປະເທດຈິບູຕີ

ເປີດລົງທະບຽນເຂົ້າຮ່ວມພັນທະກິດທາງເສດຖະກິດຂອງກຸ່ມປະເທດ ທີ່ໃຊ້ພາສາຝຣັ່ງປະຈຳອາຟຣິກາຕາເວັນອອກໃນວັນທີ 6-8 ຕຸລາ 2026 ທີ່ປະເທດຈິບູຕີ

Published on

ຫຼັງຈາກຜົນສຳເລັດຂອງການຈັດງານຫົກຄັ້ງຢູ່ທີ່ພາກພື້ນທີ່ໃຊ້ພາສາຝຣັ່ງໃນເຂດຕ່າງໆ, ອົງການສາກົນຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງ (OIF) ຍັງສືບຕໍ່ມຸ່ງໝັ້ນສ້າງຄວາມສາມັກຄີ ແລະ ຄວາມທະເຍີທະຍານທາງເສດຖະກິດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງໂດຍຮ່ວມມືກັບອຳນາດການປົກຄອງຂອງຈິບູຕີຈັດຕັ້ງພັນທະກິດທາງເສດຖະກິດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງຄັ້ງຕໍ່ໄປໃນວັນທີ 6 ຫາ 8 ຕຸລາ 2026 ທີ່ປະເທດຈິບູຕີ.
ໂຄງການລິເລີ່ມນີ້ເປັນສ່ວນໜຶ່ງໃນຄວາມພະຍາຍາມສົ່ງເສີມການແລກປ່ຽນທາງການຄ້າລະຫວ່າງບັນດາປະເທດສະມາຊິກ ແລະ ລັດຖະບານ ແລະ ເພື່ອປະກອບສ່ວນເຂົ້າໃນການຈັດໂຄງສ້າງໂຄງການຮ່ວມຄ້າ ແລະ ຄວາມຮ່ວມມືແບບຍືນຍົງລະຫວ່າງຜູ້ມີບົດບາດທາງເສດຖະກິດທີ່ໃຊ້ພາສາຝຣັ່ງ ໃນຂະແໜງການທີ່ມີທ່າແຮງສູງເພື່ອການຫັນປ່ຽນ ແລະ ສ້າງວຽກເຮັດງານທຳໂດຍສະເພາະສຳລັບຊາວໜຸ່ມ ແລະ ແມ່ຍິງ.
ໃນປີນີ້, OIF ສະເໜີບໍລິສັດທີ່ໃຊ້ພາສາຝຣັ່ງທີ່ມຸ່ງເນັ້ນການຂະຫຍາຍຕົວໃນລະດັບສາກົນໃຫ້ມາພັດທະນາ ແລະ ບັນລຸຄວາມຮ່ວມມືທາງທຸລະກິດໃນປະເທດຈິບູຕີເຊິ່ງເປັນທັງຈຸດຕັດຂອງເສັ້ນທາງເດີນເຮືອສາກົນຫຼັກທີ່ເຊື່ອມຕໍ່ອາຟຣິກາ, ຕາເວັນອອກກາງ, ອາຊີ ແລະ ເອີຣົບ ແລະ ທັງເປັນປະຕູສູ່ຕະຫຼາດພາກພື້ນຂອງອາຟຣິກາຕາເວັນອອກທີ່ມີປະຊາກອນ 600 ລ້ານຄົນ.
ພັນທະກິດທາງເສດຖະກິດຈະສຸມໃສ່ຫ້າຂະແໜງການທີ່ລັດຖະບານຈິບູຕີໃຫ້ບົດບາດສຳຄັນໃນຍຸດທະສາດການພັດທະນາແຫ່ງຊາດຄື: ຄົມມະນາຄົມແລະ ໂລຈິສຕິກທີ່ເຊື່ອມຕໍ່ກັບເຂດປອດພາສີ, ການບໍລິການທາງອອນລາຍ, ພະລັງງານທົດແທນ, ສຸຂະພາບ ແລະ ການທ່ອງທ່ຽວແບບຍືນຍົງ.
ບໍລິສັດທີ່ເຂົ້າຮ່ວມຈະໄດ້ຮັບຜົນປະໂຫຍດຈາກແຜນງານທີ່ອອກແບບໂດຍສະເພາະເຊິ່ງຈະປະກອບມີການປະຊຸມເປົ້າໝາຍກັບຜູ້ກຳນົດນະໂຍບາຍຈາກພາກລັດ ແລະ ເອກະຊົນ, ກອງປະຊຸມ B2B ທີ່ກຽມໄວ້ຕາມຄໍາແນະນໍາຈາກຜູ້ຊ່ຽວຊານກໍ່ຄືການຢ້ຽມຢາມສະຖານທີ່ທາງຍຸດທະສາດຕ່າງໆ. ທຸກໆບໍລິສັດທີ່ມາຈາກປະເທດສະມາຊິກ ຫຼື ລັດຖະບານ, ສະມາຊິກຮ່ວມຫຼື ຜູ້ສັງເກດການຂອງ OIF ທີ່ມີປະສົບການໃນລະດັບສາກົນ ແລະ ປະກອບການໜຶ່ງ ຫຼື ຫຼາຍກວ່າຫ້າຂະແໜງການເປົ້າໝາຍ.
ແມ່ນສາມາດຍື່ນໃບສະໝັກໄດ້ຈົນຮອດວັນທີ 17 ເມສາ 2026 ໃນເວັບໄຊທ໌:

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...