Homeຂ່າວຕ່າງປະເທດກຽມປັບຂຶ້ນເງິນບຳນານ ຫວຽດນາມ ສະເໜີຄົ້ນຄ້ວາປັບຂຶ້ນເງິນບຳນານ, ປະກັນສັງຄົມ ແລະ ເງິນອຸດໜູນປະຈໍາເດືອນ 8% ເລີ່ມວັນທີ 01 ກໍລະກົດ 2026

ກຽມປັບຂຶ້ນເງິນບຳນານ ຫວຽດນາມ ສະເໜີຄົ້ນຄ້ວາປັບຂຶ້ນເງິນບຳນານ, ປະກັນສັງຄົມ ແລະ ເງິນອຸດໜູນປະຈໍາເດືອນ 8% ເລີ່ມວັນທີ 01 ກໍລະກົດ 2026

Published on

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້ປະເທດຫວຽດນາມໄດ້ມີການສະເໜີໃຫ້ປັບຂຶ້ນເງິນບໍານານ, ເງິນອຸດໜູນປະກັນສັງຄົມ ແລະ ເງິນອຸດໜູນປະຈໍາເດືອນ 8% ຈະເລີ່ມຕັ້ງແຕ່ວັນທີ 01 ກໍລະກົດ 2026 ເປັນຕົ້ນໄປ.

ກະຊວງພາຍໃນຫວຽດນາມ ໄດ້ສະເໜີຮ່າງດໍາລັດສະບັບໃໝ່ ເຊິ່ງກໍາລັງຢູ່ລະຫວ່າງການປະເມີນຂອງກະຊວງຍຸຕິທໍາ.

ສຳລັບກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດ ອີງຕາມຮ່າງດໍາລັດ, ກຸ່ມເປົ້າໝາຍທີ່ຈະໄດ້ຮັບການປັບຂຶ້ນ 8% ລວມມີ:

– ພະນັກງານ, ລັດຖະກອນ, ວິຊາການ, ຄົນງານທີ່ເຮັດວຽກໃນຂະແໜງການຕ່າງໆ.

– ກໍາລັງປະກອບອາວຸດ.

– ຜູ້ທີ່ເຮັດວຽກດ້ານຄວາມລັບ.

– ພະນັກງານຂັ້ນຕາແສງ ແລະ ຜູ້ເຄື່ອນໄຫວບໍ່ສະເພາະເຈາະຈົງ.

– ຜູ້ທີ່ໄດ້ຮັບເງິນອຸດໜູນສູນເສຍຄວາມສາມາດໃນການອອກແຮງງານ.

– ຜູ້ທີ່ໄດ້ຮັບເງິນອຸດໜູນອຸບັດຕິເຫດໃນການອອກແຮງງານ ແລະ ພະຍາດອາຊີບ.

– ຜູ້ທີ່ໄດ້ຮັບເງິນອຸດໜູນເສຍຊີວິດປະຈໍາເດືອນ.

– ບາງກຸ່ມທີ່ກໍາລັງໄດ້ຮັບເງິນອຸດໜູນປະຈໍາເດືອນອື່ນໆ.

– ການປັບປຸງສໍາລັບຜູ້ທີ່ໄດ້ຮັບກ່ອນປີ 1995.

ແຫຼ່ງຂໍ້ມູນ: vnexpress, Lao Youth Radio

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...