Homeຂ່າວພາຍ​ໃນຝັງໄມໂຄຊິບຊ້າງ 50 ເຊືອກ ລາວຍົກລະດັບການຄຸ້ມຄອງຊ້າງລ້ຽງ ສໍາເລັດການຂຶ້ນທະບຽນ ແລະ ຝັງໄມໂຄຊິບຊ້າງ ຈຳນວນ 50 ເຊືອກ ຕາມມາດຕະຖານ CITES

ຝັງໄມໂຄຊິບຊ້າງ 50 ເຊືອກ ລາວຍົກລະດັບການຄຸ້ມຄອງຊ້າງລ້ຽງ ສໍາເລັດການຂຶ້ນທະບຽນ ແລະ ຝັງໄມໂຄຊິບຊ້າງ ຈຳນວນ 50 ເຊືອກ ຕາມມາດຕະຖານ CITES

Published on

ລັດຖະບານ ສປປ ລາວ ບັນລຸຄວາມຄືບໜ້າສຳຄັນໃນວຽກງານປົກປັກຮັກສາຊ້າງດ້ວຍຜົນສຳເລັດການຂຶ້ນທະບຽນ ແລະ ຝັງໄມໂຄຊິບໃຫ້ຊ້າງລ້ຽງ ຈຳນວນ 50 ເຊືອກ ໃນງານມະຫາກຳບຸນຊ້າງ ທີ່ ໄຊຍະບູລີ ປະຈຳປີ 2026. ນີ້ແມ່ນບາດກ້າວສຳຄັນໃນການປະຕິບັດພັນທະສົນທິສັນຍາສາກົນໄຊເຕັດ ເພື່ອສະກັດກັ້ນການຄ້າສັດປ່າທີ່ຜິດກົດໝາຍ.

ການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວນຳພາໂດຍ ກົມປ່າໄມ້ ໃນນາມໜ່ວຍງານຄຸ້ມຄອງໄຊເຕັດ (CITES-MA) ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໂດຍໄດ້ຮັບການສະໜັບສະໜູນດ້ານເຕັກນິກ, ອຸປະກອນ ແລະ ຊ່ຽວຊານຈາກ ມູນນິທິອະນຸລັກຊ້າງ ແລະ ສິ່ງແວດລ້ອມ ປະເທດໄທ (Save Elephant Foundation Thailand).

ວຽກງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 10-13 ກຸມພາ 2026 ເພື່ອຕອບສະໜອງ ແຜນປະຕິບັດງານ (Compliance Action Plan) ແລະ ຂໍ້ແນະນຳຂອງ ຄະນະປະຈຳ CITES ຄັ້ງທີ 79 (SC79).

ຄະນະທີມງານ ໄດ້ລົງກວດສຸຂະພາບຊ້າງ ແລະ ຝັງໄມໂຄຊິບ (ມາດຕະຖານ ISO) ໃຫ້ແກ່ຊ້າງ ເພື່ອເກັບກຳຂໍ້ມູນເຂົ້າສູ່ “ລະບົບຂໍ້ມູນຊ້າງແຫ່ງຊາດ” (NEIMS). ການສ້າງຖານຂໍ້ມູນດິຈິຕອນນີ້ ຈະຊ່ວຍລະບຸຕົວຕົນຊ້າງທຸກເຊືອກຢ່າງຊັດເຈນ, ສ້າງຄວາມໂປ່ງໃສ ແລະ ສາມາດກວດສອບແຫຼ່ງທີ່ມາຍ້ອນຫຼັງໄດ້ (Traceability).

ທິດທາງໃນຕໍ່ໜ້າ ພາຍຫຼັງຜົນສຳເລັດທີ່ ແຂວງໄຊຍະບູລີ ຈະຂະຫຍາຍການຂຶ້ນທະບຽນ ແລະ ຝັງໄມໂຄຊິບ ໃຫ້ຊ້າງລ້ຽງທຸກເຊືອກທົ່ວປະເທດ ແລະ ລະບົບ NEIMS ຄາດວ່າຈະເປີດນຳໃຊ້ຢ່າງເຕັມຮູບແບບພາຍໃນວັນທີ 30 ມິຖຸນາ 2026. ສິ່ງນີ້ຈະເປັນຈຸດປ່ຽນສຳຄັນ ໃນການຍົກລະດັບການຄຸ້ມຄອງຊ້າງລາວໃຫ້ຍືນຍົງ ແລະ ຖືກຕ້ອງຕາມມາດຕະຖານສາກົນຢ່າງແທ້ຈິງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...