Homeຂ່າວການຊ່ວຍເຫຼືອອົດສະຕາລີຊ່ວຍເຫຼືອ ຈໍານວນ 1,500,000 ດອນລາ ເພື່ອຍົກລະດັບການເຝົ້າລະວັງ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ

ອົດສະຕາລີຊ່ວຍເຫຼືອ ຈໍານວນ 1,500,000 ດອນລາ ເພື່ອຍົກລະດັບການເຝົ້າລະວັງ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ

Published on

ກະຊວງສາທາລະນະສຸກ ໄດ້ຈັດພິທີລົງນາມບົດບັນທຶກເຂົ້າໃຈລະຫວ່າງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI ປະຈຳ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າໃນ ສປປ ລາວ.

ໂຄງການນີ້ແມ່ນໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ ຈາກລັດຖະບານອົດສະຕາລີ (Australia) ໂດຍມີ Clinton Health Access Initiative (CHAI) ເປັນຜູ້ບໍລິຫານໂຄງການ ແລະ ຮ່ວມມືຢ່າງໃກ້ຊິດກັບ ກົມອາຫານ ແລະ ຢາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຍົກລະດັບລະບົບການເຝົ້າລະວັງ, ປ້ອງກັນ, ໂຕ້ຕອບດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ. ກ່ອນການຈັດຕັ້ງປະຕິບັດຈະຖືກດໍາເນີນຜ່ານການລົງນາມ MOU ລະຫວ່າງ ອົງການ (CHAI) ປະຈໍາ ສປປ ລາວ ແລະ ຄູ່ຮ່ວມງານຫຼັກ ກົມອາຫານ ແລະ ຢາ ເພື່ອກໍານົດຂອບເຂດການຮ່ວມມືຢ່າງຊັດເຈນ. ງົບປະມານທັງໝົດ 1,500,000 ດອນລາອົດສະຕາລີ.

ເພື່ອຍົກລະດັບລະບົບໂຕ້ຕອບເຫດສຸກເສີນດ້ານຄວາມປອດໄພອາຫານ, ເສີມສ້າງສະມັດຖະນະພາບການກວດກາ, ພັດທະນາຄວາມສາມາດຫ້ອງວິໄຈ ແຕ່ສູນກາງ ແລະ ຖ້ອງຖິ່ນ, ພັດທະນາລະບົບ ການສື່ສານ, ເຝົ້າລະວັງ, ປິ່ນປົວ ແລະ ແລກປ່ຽນຂໍ້ມູນ ໃຫ້ເປັນລະບົບ, ສ້າງລະບົບປະສານງານລະດັບຊາດ.

ເປັນກອບການຮ່ວມມືທາງການດ້ານວິຊາການ ພາຍໃນ ແລະ ສາກົນ, ກໍານົດບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຊັດເຈນ, ຍົກລະດັບມາດຕະຖານລະບົບຄຸ້ມຄອງຄວາມປອດໄພອາຫານລະດັບຊາດ, ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ສ້າງຄວາມເຊື່ອມໝັ້ນໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ, ມຸ່ງໝັ້ນສູ່ການຄຸ້ມຄອງອາຫານທີ່ປອດໄພ ແລະ ຍືນຍົງ.

ໂດຍການເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນ. ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ລົງນາມບົດບັນທຶກໂດຍ ທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ກາແຣ໊ດ ຢັງ ຜູ້ອຳນວຍການອົງການ CHAI , ທ່ານ ນ. ເບັນຕິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ, ທ່ານ Timothy Armstrong ຫົວໜ້າອົງການ WHO ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງກົມ, ຫ້ອງການ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ກົມອາຫານ ແລະ ຢາ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...