Homeຂ່າວຕ່າງປະເທດອາດຈຳຄຸກຕະຫຼອດຊີວິດ! ອະດີດ ປະທານາທິບໍດີ ສ.ເກົາຫຼີ ຖືກຂໍ້ກ່າວຫາກໍ່ກະບົດ ຫຼື ການນຳໃຊ້ອຳນາດລັດແບບບໍ່ເໝາະສົມ ອາດຈຳຄຸກຕະຫຼອດຊີວິດ-ປະຫານຊີວິດ

ອາດຈຳຄຸກຕະຫຼອດຊີວິດ! ອະດີດ ປະທານາທິບໍດີ ສ.ເກົາຫຼີ ຖືກຂໍ້ກ່າວຫາກໍ່ກະບົດ ຫຼື ການນຳໃຊ້ອຳນາດລັດແບບບໍ່ເໝາະສົມ ອາດຈຳຄຸກຕະຫຼອດຊີວິດ-ປະຫານຊີວິດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ິ ທ່ານ ຢຸນ ຊັອກ ຢອນ ( Yoon Suk Yeol ) ອາດີດປະທານປະເທດເກົາຫຼີໃຕ້ ຖືກກ່າວຫາ ຫຼັກໆແມ່ນກ່ຽວກັບການ “ກໍ່ກະບົດ” ຫຼື ການນຳໃຊ້ອຳນາດລັດແບບບໍ່ເໝາະສົມ. ຫຼັງຈາກການປະກາດກົດໄອຍະການສຶກ (martial law) ໃນປີ 2024.
ຢຸນ ຊັອກ ຢອນ, ຖືກຂໍ້ກ່າວຫາວ່າ: ໃຊ້ການຕັດສິນໃຈທີ່ໃຊ້ອຳນາດພິເສດຂອງລັດ ເພື່ອຄວບຄຸມສະຖານະການການເມືອງ, ເຊິ່ງຝ່າຍໄອຍະການເຫັນວ່າ ອາດເປັນການລະເມີດລະບອບປະຊາທິປະໄຕ ແລະ ຂັດກັບກົດໝາຍ.

ດັ່ງນັ້ນ, ຈຶ່ງເປັນຄະດີທີ່ມີຄວາມຮ້າຍແຮງ ເພາະກົດໝາຍ ສ ເກົາຫຼີ ກຳນົດວ່າ: ເປັນການກໍ່ກະບົດ ແລະ ອາດມີໂທດສູງສຸດຈຳຄຸກຕະຫຼອດຊີວິດ ຫຼື ໂທດປະຫານຊີວິດ (ເຖິງ ສ ເກົາຫຼີ ຈະບໍ່ໄດ້ປະຕິບັດໂທດປະຫານມາຫຼາຍປີ ແຕ່ກໍລະນີນີ້ຈະບໍ່ປ່ອຍໄປເດັດຂາດ).
ຢ່າງໃດກໍຕາມ “ຢູນ ຊັອກ ຢອນ” ໄດ້ປະຕິເສດຂໍ້ກ່າວຫາ ແລະ ລະບຸວ່າ: ການຕັດສິນໃຈດັ່ງກ່າວ ເຮັດໄປເພື່ອຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງປະເທດ. ໃນຂະນະດຽວກັນ, ສານກຳລັງກະກຽມອ່ານຄຳພິພາກສາ ເຊິ່ງຜົນຕັດສິນອາດສົ່ງຜົນກະທົບຕໍ່ການເມືອງຂອງ ສ ເກົາຫຼີ.
ແຫຼ່ງທີ່ມາ: BBC, KBS

#ສເກົາຫຼີ #ຂ່າວຕ່າງປະເທດ #ລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...