Homeຂ່າວທ້ອງຖິ່ນກວດກາຕາມຈຸດຫຼໍ່ແຫຼມ! ກຳລັງ ປກສ ເມືອງສີສັດຕະນາກ, ນວ ກຽມປ້ອງກັນບັ້ນເລືອກຕັ້ງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ

ກວດກາຕາມຈຸດຫຼໍ່ແຫຼມ! ກຳລັງ ປກສ ເມືອງສີສັດຕະນາກ, ນວ ກຽມປ້ອງກັນບັ້ນເລືອກຕັ້ງ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ

Published on

ພັທ ສຸລິວັນ ແກ້ວມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 19 ກຸມພາ 2026 ກ່ຽວກັບການກະກຽມຄວາມພ້ອມ ໃນການເຮັດວຽກງານປ້ອງກັນຄວາມສະຫງົບ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຢູ່ເຂດເມືອງສີສັດຕະນາກ ໂດຍຈະມີການວາງກຳລັງປ້ອງກັນຫຼາຍຮ້ອຍສະຫາຍເຂົ້າໃສ່ແຕ່ລະຈຸດໃນຂົງເຂດຄວາມຮັບຜິດຊອບ ເພື່ອຮັບປະກັນໃຫ້ການເລືອກຕັ້ງ ໄດ້ດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຮອບດ້ານ (ໃນນັ້ນ, ມີກຳລັງ ປກສ ເມືອງ ແລະ ພະນັກງານກໍ່ສ້າງຮາກຖານ ແລະ ກຳລັງ ປກສ ບ້ານ) ປະສານສົມທົບກັນໃນການເຮັດໜ້າທີ່ປ້ອງກັນດ້ວຍຄວາມຮັບຜິດຊອບສູງ ຕາມທີ່ຂັ້ນເທິງມອບໝາຍໃຫ້.

ທາງກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ມີການກຳນົດເຂດຈຸດສຸມ ແລະ ແບ່ງຄວາມຮັບຜິດຊອບໃນການປ້ອງກັນຢູ່ແຕ່ລະໜ່ວຍເລືອກຕັ້ງ, ໄດ້ມີການຈັດວາງກໍາລັງປ້ອງກັນ ໂດຍສຸມໃສ່ປະຕິບັດໜ້າທີ່ໃນການກວດກາຄວາມປອດໄພຮອບດ້ານ ຂອງສະຖານທີ່ປ່ອນບັດເລືອກຕັ້ງ ກ່ອນເປີດໃຫ້ປະຊາຊົນເຂົ້າໄປໃຊ້ສິດ ຮັບປະກັນໃຫ້ການປ່ອນບັດ ດໍາເນີນໄປຕາມວາລະ ແລະ ສຳເລັດຕາມຄາດໝາຍ ທີ່ຂັ້ນເທິງກຳນົດໄວ້.

ນອກນັ້ນ, ຍັງຈະຈັດແບ່ງກໍາລັງວິຊາສະເພາະ ອອກກວດກາລາດຕະເວນຕາມຈຸດຫຼໍ່ແຫຼມ, ບ່ອນທີ່ມີຄວາມສ່ຽງທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາ. ຄຽງຄູ່ກັນນີ້ຍັງໄດ້ວາງມາດຕະການໃນການປ້ອງກັນ, ການວາງກໍາລັງ ເພື່ອອໍານວຍຄວາມສະດວກດ້ານການ ສັນຈອນຂອງພາຫະນະ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຢູ່ບໍລິເວນທາງເຂົ້າ-ອອກສະຖານທີ່ໜ່ວຍປ່ອນບັດເລືອກຕັ້ງ ໂດຍຈະຈັດຕັ້ງກໍາລັງກອງຮ້ອຍຈະລາຈອນ ເຂົ້າໃສ່ຈຸດສໍາຄັນຕ່າງໆ ເພື່ອເຮັດໜ້າທີ່ລະບາຍການສັນຈອນ ບ່ອນທີ່ມີການສັນຈອນແອອັດ ຫຼື ບ່ອນທີ່ມີປະຊາຊົນເຂົ້າໄປໃຊ້ສິດຈໍານວນຫຼາຍ ເພື່ອສະດວກໃນການເຂົ້າ-ອອກ ຂອງຜູ້ມາໃຊ້ສິດ ໃນມື້ປ່ອນບັດເລືອກຕັ້ງ.

ໂອກາດນີ້, ພັທ ສຸລິວັນ ແກ້ວມະນີວົງ ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງສີສັດຕະນາກ ກ່າວຕື່ມວ່າ: ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເຊິ່ງເປັນປາງບຸນໃຫຍ່, ເປັນປາງບຸນທີ່ສໍາຄັນຂອງປະເທດຊາດ. ສະນັ້ນ, ເພື່ອເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກາຍເປັນໜ້າທີ່, ກາຍເປັນພັນທະ, ກາຍເປັນຄວາມຮັບຜິດຊອບຂອງທົ່ວປວງຊົນ ຂ້າພະເຈົ້າຮຽກຮ້ອງໃຫ້ທຸກທ່ານ ຊ່ວຍເປັນຫູ-ເປັນຕາ, ເປັນກະບອກສຽງ ຖ້າພົບເຫັນປະກົດການທີ່ບໍ່ດີ ທີ່ບຸກຄົນ ຫຼື ກຸ່ມຄົນກໍ່ເຫດຮ້າຍຂຶ້ນ ກໍໃຫ້ແຈ້ງເຈົ້າໜ້າທີ່ ເພື່ອເຂົ້າສະກັດກັ້ນ-ແກ້ໄຂໃຫ້ທັນເວລາ ແລະ ຮຽກຮ້ອງມາຍັງພົນລະເມືອງ ລາວທຸກທ່ານ ທີ່ມີສິດ ໃຫ້ເຂົ້າຮ່ວມໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ໃຫ້ຮັບປະກັນຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ Lao Security News

 

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...