Homeຂ່າວທົ່ວໄປສົ່ງອອກສິນຄ້າກວ່າ 9 ລ້ານໂດລາ ໃນເດືອນມັງກອນ 2026 ໄດ້ມີການສົ່ງອອກສິນຄ້າກະສິກໍາ ຢູ່ດ່ານສາກົນຂົວມິດຕະພາບ 1 ນວ ທັງໝົດ 9,741,689 ໂດລາ

ສົ່ງອອກສິນຄ້າກວ່າ 9 ລ້ານໂດລາ ໃນເດືອນມັງກອນ 2026 ໄດ້ມີການສົ່ງອອກສິນຄ້າກະສິກໍາ ຢູ່ດ່ານສາກົນຂົວມິດຕະພາບ 1 ນວ ທັງໝົດ 9,741,689 ໂດລາ

Published on

ການສົ່ງອອກ ຂອງບັນດາລາຍການສິນຄ້າກະສິກໍາ ຢູ່ດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ (ຈຸດບໍລິການ ທ່ານາແລ້ງ-ດົງໂພສີໃນ ເດືອນ ມັງກອນ 2026).

ພະແນກກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື ຂໍຖືເປັນກຽດຮຽນລາຍງານສະພາບກ່ຽວກັບການສົ່ງອອກ ສິນຄ້າກະສິກໍາ ຢູ່ ດ່ານສາກົນຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ (ຈຸດບໍລິການ ທ່ານາແລ້ງ-ດົງໂພສີ) ແຕ່ ວັນທີ 01-31 ມັງກອນ 2026 ຊື່ງມີບັນດາລາຍການທີ່ສໍາຄັນດັ່ງລາຍລະອຽດລຸ່ມນີ້: ພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຈໍານວນ 32,444ໂຕນ ແລະ ລວມເປັນມູນຄ່າທັງໝົດ 9,741,689 ໂດລາສະຫະລັດ, ເຊີ່ງໃນນັ້ນມີລາຍການສິນຄ້າກະສິກຳທີ່ສົ່ງອອກເປັນສ່ວນຫຼາຍແມ່ນມີ ກາເຟ, ແປ້ງມັນຕົ້ນ, ຢາງພາລາ, ໝາກກ້ວຍ ແລະ ຜະລິດຕະພັນໄມ້.

ເຂົ້າສານໜຽວສົ່ງອອກ ຈໍານວນ 25 ໂຕນ ເປັນມູນຄ່າ 248,200 ໂລລາສະຫະລັດ (ຝຣັ່ງ)

ຖົ່ວຂຽວ ສົ່ງອອກ ຈຳນວນ 189 ໂຕນ ເປັນມູນຄ່າ 81,942 ໂດລາສະຫະລັດ, (ສປ ຈີນ)

ແປ້ງມັນຕົ້ນ ສົ່ງອອກ ຈຳນວນ 19,507 ໂຕນ ເປັນມູນຄ່າ 6,045,951 ໂດລາສະຫະລັດ, (ສປ ຈີນ)

ຂີງດໍາ ສົ່ງອອກ ຈຳນວນ 0.22 ໂຕນ ເປັນມູນຄ່າ 3,315 ໂດລາສະຫະລັດ (ສ ເກົາຫຼີ)

ແປ້ງມັນຕົ້ນ ສົ່ງອອກ ຈໍານວນ 10,500 ໂຕນ ເປັນມູນຄ່າ 2,052,000 ໂດລາສະຫະລັດ (ສສ ຫວຽດນາມ)

ຢາງພາລາ ສົ່ງອອກຈຳນວນ817 ໂຕນ ເປັນມູນຄ່າ 1,361,290 ໂດລາສະຫະລັດ, (ສປ ຈີນ)

ແປ້ງມັນຕົ້ນ ສົ່ງອອກ ຈໍານວນ 512 ໂຕນ ເປັນມູນຄ່າ 76,800 ໂດລາສະຫະລັດ, (ໄທ)

ຂີ້ເບຍ ສົ່ງອອກ ຈໍານວນ 540 ໂຕນ ເປັນມູນຄ່າ 10,800 ໂດລາສະຫະລັດ (ໄທ)

ໄມ້ ແລະ ຜະລິດຕະພັນໄມ້ ຈໍານວນ 111.5 ແມັດກ້ອນ ເປັນມູນຄ່າ 84,770.69 ໂດລາສະຫະລັດ(ຫວຽດນາມ, ໄທ ແລະ ສປ ຈີນ)

ສິນຄ້າດັ່ງກ່າວນີ້ ແມ່ນໄດ້ສົ່ງອອກໄປຍັງປະເທດ ສປຈີນ, ສສ ຫວຽດນາມ, ຝຣັ່ງ, ສ ເກົາຫຼີ ແລະ ໄທ

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...