Homeຂ່າວທົ່ວໄປເປັນຫຍັງຈຶ່ງໃຫ້ດອກກຸຫຼາບ? ໃນວັນແຫ່ງຄວາມຮັກຂອງທຸກໆປີ ຜູ້ຄົນຈະບໍ່ກ້າເວົ້າຄໍາວ່າຮັກໂດຍກົງ ດອກກຸຫຼາບ ຈຶ່ງຖືກໃຊ້ເປັນສື່ກາງແທນຄໍາເວົ້າ

ເປັນຫຍັງຈຶ່ງໃຫ້ດອກກຸຫຼາບ? ໃນວັນແຫ່ງຄວາມຮັກຂອງທຸກໆປີ ຜູ້ຄົນຈະບໍ່ກ້າເວົ້າຄໍາວ່າຮັກໂດຍກົງ ດອກກຸຫຼາບ ຈຶ່ງຖືກໃຊ້ເປັນສື່ກາງແທນຄໍາເວົ້າ

Published on

ໃນທຸກໆປີ ເມື່ອເຖິງມື້ວາເລັນທາຍ 14 ກຸມພາ ດອກກຸຫຼາບຈະກາຍເປັນດອກໄມ້ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນການມອບໃຫ້ກັນເປັນຂອງຂວັນ. ດອກໄມ້ຊະນິດນີ້ບໍ່ແຕ່ມີຄວາມງາມ ແຕ່ຍັງເປັນຕົວແທນຂອງຄວາມຮັກ ແລະຄວາມພິເສດ.

ດອກກຸຫຼາບໄດ້ຖືກເຊື່ອມໂຍງກັບຄວາມຮັກມາຕັ້ງແຕ່ອະດີດ. ໃນວັດທະນະທໍາໂຣມັນ ດອກກຸຫຼາບແມ່ນດອກໄມ້ປະຈໍາຂອງ Venus ເທບແຫ່ງຄວາມຮັກ. ຄົນໃນຍຸກນັ້ນເຊື່ອວ່າ ດອກກຸຫຼາບສີແດງເປັນຕົວແທນຂອງຄວາມຮັກ ແລະ ຄວາມຫຼົງໄຫຼ. ຕໍ່ມາ ໃນຊ່ວງສະໄໝວິກໂຕເຣຍ (Victorian Era) ການມອບດອກໄມ້ໄດ້ກາຍເປັນ “ພາສາຂອງດອກໄມ້” ເພາະຜູ້ຄົນບໍ່ກ້າເວົ້າຄໍາວ່າຮັກໂດຍກົງ. ດອກກຸຫຼາບຈຶ່ງຖືກໃຊ້ເປັນສື່ກາງແທນຄໍາເວົ້າ.

ຄວາມໝາຍຂອງສີດອກກຸຫຼາບ ເຊິ່ງດອກກຸຫຼາບແຕ່ລະສີມີຄວາມໝາຍແຕກຕ່າງກັນ:

  • ສີແດງ: ຄວາມຮັກແທ້, ຄວາມຫຼົງໄຫຼ
  • ສີບົວ: ຄວາມອ່ອນໂຍນ, ຄວາມປະທັບໃຈ
  • ສີຂາວ: ຄວາມບໍລິສຸດ, ຄວາມຈິງໃຈ
  • ສີເຫຼືອງ: ມິດຕະພາບ, ຄວາມຫ່ວງໃຍ
  • ສີສົ້ມ: ຄວາມຮູ້ສຶກຕື່ນເຕັ້ນ, ຄວາມຫຼົງໄຫຼ

ຄວາມໝາຍຂອງຈໍານວນດອກນອກຈາກສີ ຈໍານວນດອກກໍມີຄວາມໝາຍ:

  • 1 ດອກ: ຮັກແຕ່ເຈົ້າ
  • 3 ດອກ: ຂ້ອຍຮັກເຈົ້າ
  • 9 ດອກ: ຮັກຕະຫຼອດໄປ
  • 12 ດອກ: ຮັກແທ້ / ຂໍເປັນຄູ່
  • 99 ດອກ: ຮັກຕະຫຼອດການ
  • 108 ດອກ: ຂໍແຕ່ງງານ

ປັດຈຸບັນ ການມອບດອກກຸຫຼາບກາຍເປັນວັດທະນະທຳທີ່ຫຼາຍໆປະເທດ ຕ່າງມອບໃຫ້ກັນໃນວັນທີ 14 ກຸມພາ ໂດຍບໍ່ຈໍາກັດສະເພາະຄູ່ຮັກ ແຕ່ຍັງຖືກໃຊ້ໃນການສະແດງຄວາມຂອບໃຈ, ຄວາມຂໍໂທດ ແລະ ຄວາມຫ່ວງໃຍອີກດ້ວຍ.

ດອກກຸຫຼາບຈຶ່ງຖືກມອງເປັນສັນຍາລັກສາກົນຂອງ “ຄວາມຮູ້ສຶກ” ທີ່ສາມາດສື່ໄດ້ໂດຍບໍ່ຕ້ອງໃຊ້ຄໍາເວົ້າ.

ແຫຼ່ງຂໍ້ມູນ: loveyouflower

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...