Homeຂ່າວການຮ່ວມມືລາວ-ສະຫະນະຄອນ ເອເມຣັດ ອາຣັບ ເຊັນບົດບັນທຶກ ກ່ຽວກັບການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈິຕອນ-ປັນຍາປະດິດອາຊຽນ ແລະ ຄວາມປອດໄພທາງໄຊເບີ-ລະບົບນິເວດການເງິນດີຈິຕອນ

ລາວ-ສະຫະນະຄອນ ເອເມຣັດ ອາຣັບ ເຊັນບົດບັນທຶກ ກ່ຽວກັບການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈິຕອນ-ປັນຍາປະດິດອາຊຽນ ແລະ ຄວາມປອດໄພທາງໄຊເບີ-ລະບົບນິເວດການເງິນດີຈິຕອນ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ວັນທີ 3 ກຸມພາ 2026, ທີ່ ນະຄອນດູໄບ, ປະເທດ ສະຫະນະຄອນ ເອເມຣັດ ອາຣັບ

ໃນໂອກາດ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈຳປີ 2026 ທີ່ ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ.

ໃນຕອນບ່າຍ, ຂອງວັນທີ 3 ກຸມພາ 2026, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ພາກທຸລະກິດຊັ້ນນໍາຂອງ ສະຫະນະຄອນ ເອເມຣັດ ອາຣັບ ຈໍານວນ 2 ສະບັບ ຄື:​

1).​ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືເພື່ອການພັດທະນາໂຄງການສູນກາງດີຈິຕອນ ແລະ ປັນຍາປະດິດອາຊຽນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດກອງທຶນ Menas Capital LLC.

2). ບົດບັນທຶກຄວາມເຂົ້າໃຈ ທາງດ້ານຍຸດທະສາດ ວ່າດ້ວຍຄວາມປອດໄພທາງໄຊເບີ ແລະ ລະບົບນິເວດການເງິນດີຈິຕອນ ລະຫວ່າງ ກະຊວງການເງິນ ແລະ ກຸ່ມບໍລິສັດ Kaspersky ຕາເວັນອອກກາງ.

ການເຊັນສັນຍາ ຮ່ວມມືສອງສະບັບດັ່ງກ່າວນີ້ ແມ່ນການວາງຮາກຖານອັນໜັກແໜ້ນ ເພື່ອເຮັດໃຫ້ ສປປ ລາວ ກ້າວໄປພ້ອມກັບກະແສການປ່ຽນແປງຂອງໂລກ ແລະ ຈະເປັນກຸນແຈສໍາຄັນໃນການ ສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການເຮັດທຸລະກໍາ ແລະ ການບໍລິຫານລັດທີ່ທັນສະໄໝ. ພ້ອມທັງຈະຊ່ວຍໃນການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ທາງດ້ານເຕັກນິກ ແລະ ສ້າງມາດຕະຖານຄວາມປອດໄພລະດັບສາກົນ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ຜູ້ປະກອບການຢ່າງທົ່ວເຖິງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມຄັ້ງນີ້ ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ.

ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນຂິດໝາຍສໍາຄັນ ເພື່ອຮັດແໜ້ນ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ພ້ອມທັງເປັນການປະກອບສ່ວນເຂົ້າ ໃນການສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງເປັນຂີດໝາຍໃໝ່ແຫ່ງ ການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ນໍາອີກດ້ວຍ.

ແຫຼ່ງຂໍ້ມູນ: ປະຊາຊົນ

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...