Homeຂ່າວພາຍ​ໃນສະຖານທູດລາວ ໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄໍ່າ ໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສຳເລັດການສະເດັດຢ້ຽມຢາມ ສປປ...

ສະຖານທູດລາວ ໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄໍ່າ ໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສຳເລັດການສະເດັດຢ້ຽມຢາມ ສປປ ລາວ

Published on

ໃນວັນທີ 28 ມັງກອນ 2026, ສະຖານທູດລາວ ໄດ້ຈັດພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄໍ່າ ເປັນກຽດໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສຳເລັດການສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2025 ຜ່ານມາ, ຊຶ່ງເປັນເຫດການທີ່ມີຄວາມໝາຍສຳຄັນຢ່າງຍິ່ງທາງປະຫວັດສາດໃນໂອກາດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ຂອງການສົ່ງອາສາສະໝັກຍີ່ປຸ່ນໄປປະຕິບັດໜ້າທີ່ຢູ່ ສປປ ລາວ. ໃນພິທີ, ທ່ານທູດ ອຳໄພ ກິນດາວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະເດັດຢ້ຽມຢາມຂອງພະອົງ, ຊຶ່ງບໍ່ພຽງແຕ່ເປັນການນຳເອົາໄມຕີຈິດມິດຕະພາບອັນອົບອຸ່ນມາສູ່ປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນການຮັດແໜ້ນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມດຽວກັນນີ້, ທ່ານທູດຍັງໄດ້ຖືໂອກາດອັນເປັນສິຣິມຸງຄຸນນີ້ກ່າວອວຍພອນໄຊອັນປະເສີດແດ່ ສົມເດັດ ເຈົ້າຍິງ ໄອໂກະ ເນື່ອງໃນໂອກາດປີໃໝ່ 2026 ໃຫ້ມີພະລານາໄມສົມບູນ ແລະ ປະສົບຄວາມສິຣິມຸງຄຸນຕະຫຼອດໄປ.

ໃນໂອກາດອັນສະ ຫງ່າລາສີນີ້, ສົມເດັດ ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຈາກລັດຖະບານ ແລະ ປະຊາຊົນລາວ ໃນໄລຍະສະເດັດຢ້ຽມຢາມລາວ ແລະ ກ່າວວ່າການສະເດັດຢ້ຽມຢາມລາວໃນຄັ້ງນີ້ແມ່ນເຕັມໄປດ້ວຍຄວາມຊົງຈຳອັນດີງາມ ແລະ ຄວາມປະທັບໃຈຢ່າງຍິ່ງ ພ້ອມທັງມີຄວາມປິຕິຊົມຊື່ນທີ່ການສະເດັດຢ້ຽມຢາມ ສປປ ລາວ ໄດ້ເປັນການປະກອບສ່ວນໃນການພັດທະນາ ແລະ ຮັດແໜ້ນການແລກປ່ຽນລະຫວ່າງສອງປະເທດໃຫ້ມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນກວ່າເກົ່າ. ງານດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ລາວ – ຍີ່ປຸ່ນ ທີ່ພວມເບັ່ງບານ ແລະ ແຕກດອກອອກຜົນຢ່າງງົດງາມ.

ແຫຼ່ງຂໍ້ມູນ: The Embassy of the Lao PDR to Japan

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...