Homeຂ່າວຕ່າງປະເທດປະເທດອັງກິດ ຈະສັ່ງຫ້າມໃຫ້ເດັກນ້ອຍອາຍຸຕໍ່າກວ່າ 16 ປີ ນໍາໃຊ້ສື່ອອນລາຍ ແລະ ສັ່ງຫ້າມ ບໍ່ໃຫ້ນໍາໃຊ້ໂທລະສັບພາຍໃນໂຮງຮຽນ

ປະເທດອັງກິດ ຈະສັ່ງຫ້າມໃຫ້ເດັກນ້ອຍອາຍຸຕໍ່າກວ່າ 16 ປີ ນໍາໃຊ້ສື່ອອນລາຍ ແລະ ສັ່ງຫ້າມ ບໍ່ໃຫ້ນໍາໃຊ້ໂທລະສັບພາຍໃນໂຮງຮຽນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ ລັດຖະບານປະເທດອັງກິດໄດ້ປະກາດມາດຕະການຮີບດ່ວນ ໃຫ້ໂຮງຮຽນການເປັນສະຖານທີ່ປອດໂທລະສັບ ເຊິ່ງຈະມີການກວດກາຄືນກ່ຽວກັບນະໂຍບາຍການນໍາໃຊ້ໂທລະສັບ ໂດຍຄາດວ່າໂຮງຮຽນຈະກາຍເປັນບ່ອນທີ່ປອດໂທລະສັບ ແລະ ບໍ່ຄວນຫຼິ້ນໂທລະສັບໃນເວລາຮຽນ ຫຼື ໃນຊ່ວງເວລາພັກທ່ຽງ.

ເຖິງວ່າໂຮງຮຽນສ່ວນໃຫ່ຍຈະມີນະໂຍບາຍຫ້າມນໍາໃຊ້ໂທລະສັບມືຖືໃນສະຖານສຶກສາແລ້ວ  ໂດຍກວມເອົາໂຮງຮຽນປະຖົມເກືອບ 99% ແລະ ໂຮງຮຽນມັດຖະຍົມກວ່າ 90%, ແຕ່ທາງລັດຖະບານຍັງພົບກັບບັນຫາ ເພາະນັກຮຽນຊັ້ນມັດທະຍົມກວ່າ 58% ຍັງຄົງຝ່າຝືນ ແລະ ລັກໃຊ້ໂທລະສັບໂດຍບໍ່ໄດ້ຮັບອະນຸຍາດ ໂດຍສະເລ່ຍມີອາຍຸປະມານ 14-18 ປີ ເຊິ່ງສູງຂຶ້ນກວ່າ 65%.

ສຳລັບໂຮງຮຽນທີ່ແກ້ໄຂບັນຫາບໍ່ໄດ້ ທາງລັດຖະບານຈະຊ່ວຍເຫຼືອໂດຍການໃຫ້ບໍລິສັດທີ່ມີປະສົບການ ມາໃຫ້ຄໍາປຶກສາ ແລະ ສອນວິທີໃນການນໍາໃຊ້ມາດຕະການຢ່າງເຂັ້ມງວດ ແລະ ມີປະສິດທິພາບ

ນອກຈາກໂຮງຮຽນແລ້ວທາງລັດທະບານຍັງໃຫ້ໃຫ້ຄໍາແນະນໍາແກ່ຜູ້ປົກຄອງ ທີ່ລ້ຽງລູກໃນຊ່ວງອາຍຸ ປະມານ 6-16 ປີ, ເຊິ່ງຈະຊ່ວຍໃຫ້ຜູ້ປົກຄອງສາມາດຮູ້ຈັກການນໍາໃຊ້ເຄື່ອງມືດິຈີຕອນຢ່າງເໝາະສົມ ແລະ ບໍ່ສ້າງຄວາມກົດດັນໃຫ້ແກ່ລູກ.

ແຫຼ່ງຂໍ້ມູນ: TNN

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...