Homeຂ່າວທົ່ວໄປຄົ້ນພົບພຣະພຸດທະຮູບ ໃນລະຫວ່າງການປະຕິບັດ ງານເກັບກູ້ລະເບີດບໍ່ທັນແຕກ ຢູ່ບ້ານສ້າງປຸ່ງບອນ, ເມືອງຍົມມະລາດ, ແຂວງຄຳມ່ວນ

ຄົ້ນພົບພຣະພຸດທະຮູບ ໃນລະຫວ່າງການປະຕິບັດ ງານເກັບກູ້ລະເບີດບໍ່ທັນແຕກ ຢູ່ບ້ານສ້າງປຸ່ງບອນ, ເມືອງຍົມມະລາດ, ແຂວງຄຳມ່ວນ

Published on

ອາທິດທີ່ຜ່ານມາ, ໃນລະຫວ່າງການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ (UXO) ຂອງພຣະນັກງານພາກສະໜາມອົງການ MAG ຢູ່ທີ່ບ້ານສ້າງປຸ່ງບອນ ເມືອງຍົມມະລາດ ແຂວງຄຳມ່ວນ, ທີມງານໄດ້ພົບເຫັນ ‘ພຣະພຸດທະຮູບ’ ທີ່ຖືກຝັງຢູ່ໃຕ້ດິນໃນພື້ນທີ່ໄຮ່ນາ!

ພຣະພຸດທະຮູບອົງນີ້ມີຂະໜາດປະມານ 5×9 ຊັງຕີແມັດ ແລະ ຖືກພົບເຫັນຫ່າງຈາກວັດໃນພື້ນທີ່ປະມານ 100 ແມັດ. ຫຼັງຈາກທີມງານນຳເອົາພຣະພຸດທະຮູບອົງດັ່ງກ່າວຂຶ້ນມາໄດ້ຢ່າງປອດໄພ ແມ່ນໄດ້ເອົາໄປເກັບໄວ້ທີ່ວັດເພື່ອຮັບການດູແລຮັກສາຢ່າງເໝາະສົມ.

ຊາວບ້ານໃນລະແວກນັ້ນມີຄວາມຕື່ນເຕັ້ນດີໃຈຫຼາຍ ແລະພຣະສົງໃນພື້ນທີ່ກໍໄດ້ມາເຮັດພິທີອັນເຊີນພຣະພຸດທະຮູບ ແລະ ສວດມົນອວຍພອນໃຫ້ກັບສະຖານທີ່ທີ່ພົບເຫັນ. ການພົບເຫັນທີ່ເກີດຂຶ້ນໄດ້ຍາກນີ້ສະແດງໃຫ້ເຫັນວ່າການກວດກາຢ່າງລະອຽດຮອບຄອບໃນການຄົ້ນຫາວັດຖຸລະເບີດ ແມ່ນມີຄວາມສຳຄັນ, ວັດຖຸຕ້ອງສົງໄສທຸກຊະນິດແມ່ນຈະຖືກກວດສອບໃຫ້ແນ່ໃຈແລະບໍ່ຖືກເບິ່ງຂ້າມ.

ການພົບເຫັນສິ່ງທີ່ເປັນສິລິມຸງຄຸນຄັ້ງນີ້ ຈະນຳມາເຊິ່ງຄວາມປອດໄພ, ຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງໃຫ້ແກ່ຊາວບ້ານ ແລະ ຜູ້ທີ່ໄດ້ຕິດຕາມວຽກງານຂອງພວກເຮົາທຸກຄົນ.

ພາບ: MAG UXO Visitor Information Centres, Lao PDR 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...