Home​ຂ່າວທ່ອງທ່ຽວຄ່າເຊົ່າໃນບຸນພຣະທາດສີໂຄດຕະບອງ ໂຊນສະໄລ້ເດີ ລາຄາ 45,000,000 ກີບ, ໂຊນຮ້ານຂາຍເຄື່ອງທົ່ວໄປ ລາຄາ 500,000 ກີບ/ແມັດ, ໂຊນວົງດົນຕີ ລາຄາ 60,000,000...

ຄ່າເຊົ່າໃນບຸນພຣະທາດສີໂຄດຕະບອງ ໂຊນສະໄລ້ເດີ ລາຄາ 45,000,000 ກີບ, ໂຊນຮ້ານຂາຍເຄື່ອງທົ່ວໄປ ລາຄາ 500,000 ກີບ/ແມັດ, ໂຊນວົງດົນຕີ ລາຄາ 60,000,000 ກີບ/ວົງ

Published on

ອີງຕາມແຈ້ງການຂອງເມືອງທ່າແຂກ ແຂວງຄໍາມ່ວນ ເລກທີ 05/ຈມ.ທຂ ລົງວັນທີ 19 ມັງກອນ 2026

ເລື່ອງ: ແຈ້ງການກໍານົດລາຄາ ແລະ ໂຊນຂາຍເຄື່ອງຢູ່ງານບຸນພຣະທາດສີໂຄດຕະບອງ ປະຈໍາປີ 2026.

ເມືອງທ່າແຂກ ຂໍຖືເປັນກຽດແຈ້ງການ ມາຍັງທ່ານ ເພື່ອຊາບວ່າ: ຄະນະຮັບຜິດຊອບໄດ້ມີການກໍານົດໂຊນ ແລະ ຫົວຫນ່ວຍລາຄາໃຫ້ຮ້ານຂາຍເຄື່ອງພາຍໃນງານບຸນ ເຊິ່ງມີລາຍລະອຽດດັ່ງນີ້:

  1. ກໍານົດໂຊນເວທີໃຫຍ່ (ເວທີກາງ) ຈໍານວນ 1 ໂຊນ ເພື່ອໄວ້ເປັນບ່ອນເປີດງານບຸນ ແລະ ເປີດ ການສະແດງລາຍການຕ່າງໆ ພາຍໃນງານບຸນ.
  2. ຄະນະກໍາມະການໄດ້ກໍານົດໂຊນ ແລະ ການກໍານົດລາຄາໃຫ້ຮ້ານຂາຍເຄື່ອງ ພາຍໃນງານບຸນ ນະມັດສະການພຣະທາດສີໂຄດຕະບອງປະຈໍາປີ 2026 ອອກເປັນ 5 ໂຊນຄືດັ່ງນີ້:

– ໂຊນເຂົ້າຫຼາມ-ປີ້ງໄກ່, ສິນຄ້າໂອດ໊ອບຂອງ 10 ຕົວເມືອງ ແມ່ນບໍ່ໄດ້ເສຍຄ່າເຊົ່າ ແລະ ບໍ່ໄດ້ເສຍຄ່າບໍລິການຂີ້ເຫຍື້ອ.

– ໂຊນສະໄລ້ເດີຂະໜາດໃຫຍ່ ເກັບຄ່າສະຖານທີ່ 45,000,000 ກີບ/ເຄື່ອງ, ຂະໜາດກາງ ເກັບຄ່າ ສະຖານທີ່ 35,000,000 ກີບ/ເຄື່ອງ ແລະ ຂະໜາດນ້ອຍ 15,000,000 ກີບ/ເຄື່ອງ.

– ໂຊນຮ້ານຄ້າຂາຍເສື້ອຜ້າ, ໝາກໂປ່ງເປົ້າ ແລະ ຮ້ານຂາຍເຄື່ອງທົ່ວໄປ ຂາຍແມັດລະ 500,000 ກີບ, ເສຍຄ່າຂີ້ເຫຍື້ອ 200,000 ກີບ/ຮ້ານ ພ້ອມທັງມັດຈໍາຄ່າຂີ້ເຫຍື້ອ 2,000,000 ກີບ (ໃນກໍລະນີຮ້ານສາມາດອານາ ໄມສະອາດ ຄະນະກໍາມະການຈະໄດ້ສົ່ງເງິນຄືນ).

– ໂຊນວົງດົນຕີຂະໜາດໃຫຍ່ຈະໄດ້ເກັບຄ່າສະຖານທີ່ 60,000,000 ກີບ/ວົງ, ວົງຂະໜາດກາງ 40,000,000 ກີບ/ວົງ.

  1. ໃນກໍລະນີຜູ້ທີ່ໄດ້ຮັບອະນຸຍາດໃຫ້ລົງຂາຍເຄື່ອງຈາກຄະນະກໍາມະການແລ້ວ ຫ້າມເອົາສະຖານທີ່ໄປຂາຍ ຕໍ່ຢ່າງເດັດຂາດ ຖ້າພົບເຫັນແມ່ນຈະໄດ້ເອົາສະຖານທີ່ຄືນພ້ອມທັງປັບໄຫມ 50% ຂອງມູນຄ່າ ແລະ ຈະບໍ່ພິຈາລະນາໃຫ້ຂາຍເຄື່ອງພາຍໃນງານບຸນຂອງປີຕໍ່ໄປ.
  • ໝາຍເຫດ: ບຸກຄົນຫນຶ່ງສາມາດຊື້ໄດ້ 1-2 ເຕັ້ນ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ຮັບເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...