Homeຂ່າວຕ່າງປະເທດໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນລະຫວ່າງວັນທີ 20-25 ມັງກອນ 2026

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໃນລະຫວ່າງວັນທີ 20-25 ມັງກອນ 2026

Published on

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 20 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງຮ່າໂນ້ຍ ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ພາຍໃຕ້ຫົວຂໍ້: “ພາຍໃຕ້ທຸງໄຊອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງກາຍກຳລັງໃຈ ປະຕິບັດບັນດາເປົ້າໝາຍພັດທະນາປະ ເທດຊາດ ຈົນເຖິງປີ 2030 ໃຫ້ສໍາເລັດຜົນ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນຢ່າງແຂງແຮງ ໃນສັກກະລາດແຫ່ງການບືນຕົວຂຶ້ນຂອງຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກແໜ້ນ”. ໂດຍການເປັນປະທານຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີສະ ຫາຍ ເລືອງ ເກືອງ ປະທານປະເທດ ສສ ຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ພ້ອມດ້ວຍສະມາຊິກພັກສົມບູນ ທັງໝົດ 1.500 ກວ່າ ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 5,6 ລ້ານກວ່າສະຫາຍ.

ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ອ່ານສູນທອນພົດກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແມ່ນບາດລ້ຽວທີ່ມີລັກສະ ນະປະຫວັດສາດ, ມຸ່ງໄປເຖິງການສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ (03/02/1930-03/02/2030). ກອງປະຊຸມໃຫຍ່ໄດ້ສຸມເຈດຈຳນົງ, ຄວາມມຸ່ງມາດປາຖະໜາ, ຄວາມຕັດສິນໃຈສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ດ້ວຍຈິດໃຈເປັນເຈົ້າຕົນເອງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ ແລະ ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງ.

ສະຫາຍ ໂຕ ເລິມ ໄດ້ຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ຕໍ່ກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈັດຂຶ້ນພາຍໃຕ້ຫົວຂໍ້: “ພາຍໃຕ້ທຸງໄຊອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງກາຍກຳລັງໃຈ ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ຈົນເຖິງປີ 2030 ໃຫ້ສໍາເລັດຜົນ, ເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນຢ່າງແຂງແຮງ ໃນສັກກະລາດແຫ່ງການບືນຕົວຂຶ້ນຂອງຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກແໜ້ນ”; ພັກກອມມູນິດຫວຽດນາມ ໄດ້ວາງເປົ້າໝາຍພັດທະນາ ໄລຍະ 2026-2030 ແມ່ນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຂງແຮງ; ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ ໄລ ຍະ 2026-2030 ແຕ່ 10% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8.500 ໂດລາສະຫະລັດ/ປີ.

ພ້ອມນັ້ນ, ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ, ບົດລາຍງານການເມືອງໄດ້ກຳນົດ 12 ທິດໃຫຍ່, 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ໃນນັ້ນ, 3 ບຸກທະລຸຍຸດທະສາດ ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ໄລຍະ 2021-2030, ເມື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XIV, ບັນດາຄາດໝາຍສູ້ຊົນທີ່ວາງອອກແມ່ນຕ້ອງເຮັດຢ່າງແຂງແຮງ, ວ່ອງໄວ, ຮອບຄອບເພາະເປັນປັດໄຈຕັດສິນເພື່ອໃຫ້ປະເທດບຸກທະລຸ. ໃນນັ້ນ, ແມ່ນບຸກທະລຸກ່ຽວກັບລະບອບລະບຽບການ ແລະ ການປະຕິບັດ; ບຸກທະລຸກ່ຽວກັບແຫລ່ງຊັບພະຍາກອນມະນຸດ ໂດຍສະເພາະແມ່ນຊັບພະ ຍາກອນມະນຸດທີ່ມີຄຸນນະພາບສູງຕິດພັນກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວເມືອງ, ໂຄງລ່າງໂທລະຄົມ, ພິເສດແມ່ນໂຄງລ່າງດີຈິຕອນ, ໂຄງລ່າງຂໍ້ມູນຂ່າວສານ. ພ້ອມນີ້, ກອງປະຊຸມຍັງຈະໄດ້ເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ຕື່ມອີກ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...