Homeຂ່າວການຮ່ວມມືປົກປັກຮັກສາມໍລະດົກວັດທະນະທຳ ການສະແດງຟ້ອນ ພະລັກ-ພະລາມ ໂດຍກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາລາວ

ປົກປັກຮັກສາມໍລະດົກວັດທະນະທຳ ການສະແດງຟ້ອນ ພະລັກ-ພະລາມ ໂດຍກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາລາວ

Published on

ພິທີລົງນາມເອກະສານວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດຂອງວິທະຍາໄລສິລະປະແຫ່ງຊາດ ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2026 ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ໂດຍການລົງນາມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ. ໂຄງການດັ່ງກ່າວແມ່ນການຊ່ວຍເຫຼືອເຄື່ອງນຸ່ງໃໝ່ໃຫ້ແກ່ນັກສະແດງ, ນັກດົນຕີ ແລະ ອຸປະກອນການສະແດງຕ່າງໆ ມີມູນຄ່າ ຈຳນວນ 42,960 ໂດລາສະຫະລັດ ຊຶ່ງມີໄລຍະໂຄງການ 7 ເດືອນ ພາຍໃນປີ 2026. ໂຄງການນີ້ ບໍ່ພຽງແຕ່ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍລະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ໃຫ້ຍືນຍົງ. ທັງເປັນການປະກອບສ່ວນສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຕື່ມອີກ. ໃນປະຈຸບັນ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ໂດຍສະເພາະໄດ້ກຳນົດທິດທາງນະໂຍບາຍ ເພື່ອການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳໃຫ້ມີລັກສະນະຊາດ, ມະຫາຊົນ, ກ້າວໜ້າ ແລະ ມີຄວາມທັນສະໄໝ. ກ່ອນພິທີລົງນາມໄດ້ມີການພົບປະ ແລະ ປຶກສາຫາລືກ່ຽວກັບໂຄງການດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄດ້ດຳເນີນຢ່າງມີຜົນສຳເລັດຈົບງາມ.

ແຫຼ່ງຂໍ້ມູນ: ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...