Homeປິດການສັນຈອນຊົ່ວຄາວປິດການສັນຈອນຊົ່ວຄາວ ໂດຍບໍ່ອະນຸຍາດໃຫ້ລົດທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ແລ່ນຜ່ານເລີ່ມແຕ່ ບ້ານເລົ່າໂພໄຊ-ແຍກທາງເຂົ້າທາດເມືອງເກົ່າ ແຂວງຄໍາມ່ວນ ລະຫວ່າງ ວັນທີ 13 ມັງກອນ 2026...

ປິດການສັນຈອນຊົ່ວຄາວ ໂດຍບໍ່ອະນຸຍາດໃຫ້ລົດທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ແລ່ນຜ່ານເລີ່ມແຕ່ ບ້ານເລົ່າໂພໄຊ-ແຍກທາງເຂົ້າທາດເມືອງເກົ່າ ແຂວງຄໍາມ່ວນ ລະຫວ່າງ ວັນທີ 13 ມັງກອນ 2026 ຫາ 03 ກຸມພາ 2026

Published on

ອີງຕາມແຈ້ງການຂອງຫ້ອງວ່າການເມືອງເມືອງທ່າແຂກ, ແຂວງຄໍາມ່ວນ ເລກທີ 03/ຫວມ ທ່າແຂກ, ລົງວັນທີ 13 ມັງກອນ 2026

ຮຽນ: ບັນດາພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ແລະ ຜູ້ປະກອບການຂົນສົ່ງຕ່າງໆ ທົ່ວເມືອງທ່າແຂກ ແຂວງຄໍາມ່ວນ.

ເລື່ອງ: ການປິດ ການສັນຈອນຊົ່ວຄາວ ຜ່ານເສັ້ນທາງຫຼວງແຫ່ງຊາດ ເລກ 11 ຊ່ວງ, ແຕ່ສີ່ແຍກ ບ້ານເລົ່າໂພໄຊ ຫາ ແຍກທາງເຂົ້າທາດເມືອງເກົ່າ ເບື້ອງທິດໃຕ້ (ໂດຍສະເພາະ ລົດໂດຍສານ ແລະ ລົດຂົນສົ່ງ ສິນຄ້າ ທີ່ມີນໍ້າໜັກລວມ 12 ໂຕນ ຂຶ້ນໄປ ຫ້າມຜ່ານເດັດຂາດ).

ຫ້ອງວ່າການເມືອງທ່າແຂກ ຂໍຖືເປັນກຽດແຈ້ງການມາຍັງທ່ານ ເພື່ອຊາບວ່າ:

  1. ກ່ຽວກັບການ ປິດການສັນຈອນ ຜ່ານເສັ້ນທາງຫຼວງແຫ່ງຊາດ ເລກ 11 ຊ່ວງແຕ່ສີ່ແຍກບ້ານເລົ່າໂພໄຊ ຫາ ສາມແຍກທາງເຂົ້າທາດເມືອງເກົ່າ ເບື້ອງທິດໃຕ້, ເຊິ່ງປະຈຸບັນໂຄງການກໍ່ສ້າງທາງປູເບຕົງດັ່ງກ່າວ ແມ່ນກໍາລັງສຸມໃສ່ວຽກກໍ່ສ້າງໜ້າທາງປູເບຕົງ ເພື່ອໃຫ້ສາມາດດໍາເນີນການຈັດຕັ້ງປະຕິບັດວຽກໄປຕາມແຜນ, ສໍາເລັດຕາມ ການນໍານົດເວລາກົດໝາຍເຕັກນິກທີ່ກໍານົດໄວ້, ຈຶ່ງບໍ່ສາມາດອະນຸຍາດໃຫ້ລົດໂດຍສານ ແລະ ລົດຂົນສົ່ງສິນຄ້າ ທີ່ ມີນໍ້າໜັກລວມ 12 ໂຕນ ຂຶ້ນໄປ ແລ່ນຜ່ານ, ເລີ່ມແຕ່ວັນທີ 13 ມັງກອນ 2026 ຫາ 03 ກຸມພາ 2026 ຢ່າງເດັດຂາດ ແລະ ພາຍຫຼັງອາຍຸໜ້າທາງປູເບຕົງ ໄດ້ 28 ວັນຂຶ້ນໄປ, ຈຶ່ງອະນຸຍາດໃຫ້ລົດແລ່ນຜ່ານໄດ້.
  2. ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ຫຼີກລ້ຽງຄວາມສ່ຽງໃນການເກີດອຸບັດຕິເຫດ ຕໍ່ຜູ້ສັນຈອນຜ່ານ ເຂດການກໍ່ສ້າງນັ້ນ, ຈຶ່ງແຈ້ງກໍານົດການນໍາໃຊ້ເສັ້ນທາງ ເວັ້ນ ເບື້ອງທິດໃຕ້ ໂຄງການ ແມ່ນໃຫ້ໄປນໍາໃຊ້ເສັ້ນທາງ ເຂົ້າ-ອອກ ແຕ່ທາງຫຼວງແຫ່ງຊາດ ເລກ 11 ທາງແຍກບ້ານມ່ວງສຸມ ຫາ ທາງແຍກທາງຫຼວງແຫ່ງຊາດເລກ 13 ໃຕ້ ບ້ານນາບວບ ແລະ ເບື້ອງເຫນືອຂອງໂຄງການ ແມ່ນໃຫ້ນໍາໃຊ້ເສັ້ນທາງ 5805 ແຕ່ແຍກທາງບ້ານປາກດົງ ຫາ ແຍກ ທາງບ້ານຈອມແຈ້ງ ເຊື່ອມຕໍ່ບ້ານເກົ້າລ້ຽວ ຫາ ທາດເມືອງເກົ່າ.
  3. ຫ້າມບໍ່ໃຫ້ ລົດໂດຍສານ ແລະ ລົດຂົນສົ່ງສິນຄ້າ ທີ່ມີນໍ້າໜັກລວມ 12 ໂຕນ ຂຶ້ນໄປ ແລ່ນເຂົ້າໄປພາຍ ໃນບໍລິເວນເດີນພຣະທາດເມືອງເກົ່າ ຢ່າງເດັດຂາດ.
  4. ມອບໃຫ້ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ, ຜູ້ປະກອບການຫົວຫນ່ວຍທຸກລະກິດ, ບໍລິສັດຫ້າງຮ້ານ ແລະ ພາກສ່ວນກ່ຽວຂ້ອງ, ຈົ່ງຮັບຮູ້ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ດັ່ງນັ້ນ, ຈຶ່ງແຈ້ງການມາຍັງທຸກພາກສ່ວນ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...