Homeຂ່າວທ້ອງຖິ່ນເລັ່ງຟື້ນຟູຕົ້ນກາເຟ ແຂວງຈໍາປາສັກ ເລີ່ມເຄື່ອນໄຫວແນະນໍາ ຊາວສວນໃນການຮັບມື-ປ້ອງກັນ ນ້ຳໝອກ ທີ່ເປັນຕົ້ນເຫດ ເຮັດໃຫ້ຕົ້ນກາເຟເສຍຫາຍຈໍານວນຫຼາຍ

ເລັ່ງຟື້ນຟູຕົ້ນກາເຟ ແຂວງຈໍາປາສັກ ເລີ່ມເຄື່ອນໄຫວແນະນໍາ ຊາວສວນໃນການຮັບມື-ປ້ອງກັນ ນ້ຳໝອກ ທີ່ເປັນຕົ້ນເຫດ ເຮັດໃຫ້ຕົ້ນກາເຟເສຍຫາຍຈໍານວນຫຼາຍ

Published on

ພາຍຫຼັງທີ່ເມືອງ​ປາກຊ່ອງ​ ແຂວງ​ຈໍາປາສັກ​ ເກີດສະພາບອາກາດໜາວ​ເຢັນ​ ແລະ​ ເກີດນໍ້າໝອກເກືອ​ (ນໍ້າໝອກກ້າມ)​,​ ເຮັດໃຫ້ຕົ້ນກາເຟຂອງຊາວສວນ​ ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ.​ ຍ້ອນແນວນັ້ນ,​ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ຈິ່ງໄດ້ເຄື່ອນໄຫວແນະນໍາ ຊາວສວນໃນການປ້ອງກັນເກີດນ້ຳໝອກ (Prevention)

ການຄຸມດິນ (Mulching) ໂດຍນໍາພາປະຕິບັດຕົວຈິງ ໂດຍໃຊ້ເຟືອງ, ຫຍ້າແຫ້ງ ຫຼື ເປືອກກາເຟ ມາປົກຄຸມບໍລິເວນໂຄນຕົ້ນ ເພື່ອຮັກສາຄວາມອົບອຸ່ນ ແລະ ຄວາມຊຸ່ມຊື່ນໃນດິນ.​ ສຳລັບເບ້ຍກາເຟນ້ອຍ,​ ກໍແນະນໍາໃຫ້ຊາວສວນ ຫາຜ້າສະແລນ ຫຼື ວັດຖຸມາເຮັດຫຼັງຄາມຸງ ເພື່ອປ້ອງກັນນ້ຳໝອກຕົກໃສ່ໂດຍກົງ. ແນະນໍາໃຫ້ຊາວສວນ ສີດນ້ຳໃສ່ໃບກາເຟ ທັນທີໃນຕອນເຊົ້າ ກ່ອນທີ່ແສງແດດຈະສ່ອງຖືກໃບ, ການໃຊ້ນ້ຳລ້າງເກັດນ້ຳກ້ອນອອກຈະຊ່ວຍຫຼຸດຜ່ອນອາການໃບໄໝ້ຮຸນແຮງ ຈາກການທີ່ແສງແດດເຜົາຜ່ານເກັດນ້ຳກ້ອນ ແລະ ຊ່ວຍລະລາຍນ້ຳໝອກຢ່າງຊ້າໆ.

ນອກນີ້,​ ຍັງໄດ້​ແນະນໍາ​ ແລະ​ ນໍາພາຊາວສວນ ສ້າງຄວັນໄຟ​ ເພື່ອສ້າງຄວາມອົບອຸ່ນ,​ ເພີ່ມອຸນຫະພູມບໍລິເວນສວນ ແລະ ຫົ່ມຄວັນ​ ປົກຄຸມສວນກາເຟ ຊ່ວຍກັກເກັບຄວາມຮ້ອນຈາກໜ້າດິນ ບໍ່ໃຫ້ລະເຫີຍຂຶ້ນໄວເກີນໄປ ແລະ ປ້ອງກັນບໍ່ໃຫ້ອຸນຫະພູມຫຼຸດລົງຕໍ່າຈົນຮອດຈຸດແຂງຕົວ.​ ວັດຖຸທີ່ໃຊ້ (ເນັ້ນວັດຖຸທີ່ໃຫ້ຄວັນຫຼາຍ ແຕ່ໄຟບໍ່ແຮງ) ມີ​ ແກບເຂົ້າ ຫຼື ແກບກາເຟ ເປັນວັດຖຸທີ່ດີທີ່ສຸດ ເພາະໄໝ້ຊ້າ ແລະ ໃຫ້ຄວັນຫຼາຍ ຖ້າບໍ່ມີ​ ໃຫ້ໃຊ້ເຟືອງ ຫຼື ຫຍ້າແຫ້ງ ປະສົມກັບຫຍ້າສົດ (ຫຍ້າປຽກ) ຈະຊ່ວຍໃຫ້ເກີດຄວັນສີຂາວໜາແໜ້ນ ແທນໄດ້ເຊັ່ນກັນ.​ ຕຳແໜ່ງ ໃຫ້ຈຸດກອງໄຟຢູ່ທາງ ທິດເໜືອລົມ (ຕົ້ນລົມ) ຂອງສວນ ເພື່ອໃຫ້ລົມພັດຄວັນໄຟລອຍເຂົ້າໄປ ປົກຄຸມທົ່ວສວນກາເຟ.​ ໄລຍະຫ່າງ,​ ຄວນຈຸດເປັນກອງນ້ອຍໆ ຫຼາຍໆຈຸດ ຫ່າງກັນປະມານ 10 – 20 ແມັດ (ບໍ່ຄວນຈຸດກອງໃຫຍ່ກອງດຽວ). ເລີ່ມຈຸດໃນໄລຍະທີ່ອາກາດເຢັນທີ່ສຸດ ຄືປະມານ 3 ໂມງ​ – 6 ໂມງເຊົ້າ ຈົນກວ່າຕາເວັນຈະຂຶ້ນ.​ ເມື່ອຈູດໄຟແລ້ວ ກໍເອົາໃຈໃສ່ຕ້ອງເຝົ້າລະວັງບໍ່ໃຫ້ເກີດແປວໄຟລຸກລາມໄປໄໝ້ຕົ້ນກາເຟ ຫຼື ເສດໃບໄມ້ແຫ້ງໃນສວນ.

ຈາກນັ້ນ,​ ກໍໄດ້ແນະນໍາການຟື້ນຟູຕົ້ນກາເຟ ຫຼັງຖືກນ້ຳໝອກທຳລາຍ (Recovery)

ຫາກຕົ້ນກາເຟຖືກນ້ຳໝອກ​ ຢ່າຟ້າວຕັດງ່າທັນທີ: ໃຫ້ລໍຖ້າຈົນກວ່າອາກາດຈະກັບມາອຸ່ນ ຫຼື ໝົດໄລຍະໜາວ, ການຕັດແຕ່ງໄວເກີນໄປ​ ອາດເຮັດໃຫ້ແຜທີ່ຕັດຖືກຄວາມເຢັນທຳລາຍຊ້ຳ ແລະ ລາມເຂົ້າລຳຕົ້ນ.​ ສັງເກດ ແລະ ຕັດແຕ່ງຕົ້ນກາເຟທີ່ເສຍຫາຍເລັກນ້ອຍ (ໃບໄໝ້ບາງສ່ວນ),​ ປ່ອຍໃຫ້ໃບຫຼົ່ນເອງ ບໍ່ຈຳເປັນຕ້ອງຕັດ. ຕົ້ນກາເຟທີ່ເສຍຫາຍປານກາງ (ປາຍຍອດຕາຍ) ໃຫ້ຕັດສ່ວນທີ່ຕາຍອອກ ໂດຍຕັດລົງມາຫາສ່ວນທີ່ຍັງຂຽວປະມານ 2-3 ຊັງຕີແມັດ.​ ຕົ້ນກາເຟທີ່ເສຍຫາຍໜັກ (ຕາຍຮອດຕົ້ນ): ອາດຈຳເປັນຕ້ອງຕັດເຮັດສາວ (ຕັດແຕ່ງ) ເພື່ອໃຫ້ຕົ້ນກາເຟແຕກຍອດໃໝ່. ບຳລຸງຕົ້ນ,​ ຫຼັງຈາກຕັດແຕ່ງແລ້ວ ໃຫ້ໃສ່ຝຸ່ນຄອກ ຫຼື ຝຸ່ນທີ່ມີທາດໄນໂຕຣເຈນ ເປັນຫຼັກ ເພື່ອເລັ່ງການແຕກໃບໃໝ່ ແລະ ຫົດນ້ຳໃຫ້ພຽງພໍ (ສໍາລັບສວນທີ່ມີເງື່ອນໄຂໃກ້ແຫຼ່ງນໍ້າ) ປ້ອງກັນພະຍາດ, ສີດພົ່ນຢາກັນເຊື້ອລາ (Fungicide) ປະເພດທອງແດງ (Copper) ຕາມຮອຍແຜ ແລະ ໃບທີ່ເສຍຫາຍ ເພື່ອປ້ອງກັນພະຍາດແຊກຊ້ອນ.

ຂໍ້ມູນ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...