Homeຂ່າວທ້ອງຖິ່ນຊ້າງປ່າໂຕທໍາອິດ ໃນປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ ທີ່ໄດ້ສໍາເລັດການຕິດປອກຄໍດາວທຽມ (GPS) ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນ ຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ

ຊ້າງປ່າໂຕທໍາອິດ ໃນປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ ທີ່ໄດ້ສໍາເລັດການຕິດປອກຄໍດາວທຽມ (GPS) ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນ ຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ

Published on

ຊ້າງປ່າໂຕທໍາອິດ ໃນປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ ທີ່ໄດ້ສໍາເລັດການຕິດປອກຄໍດາວທຽມ (GPS) ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນ ຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ.

ສໍາເລັດຕິດປອກຄໍດາວທຽມ (Elephant Collaring) ໃຫ້ກັບຊ້າງປ່າໂຕທໍາອິດ ທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ, ແຂວງໄຊຍະບູລີ. ນີ້ຖືເປັນອີກບາດກ້າວໜຶ່ງທີ່ສໍາຄັນຕໍ່ວຽກງານອະນຸລັກຊ້າງປ່າໄລຍະຍາວ ໃນເຂດນໍ້າປຸຍ ແລະ ຍັງຈະຊ່ວຍເສີມສ້າງ ແລະ ສະໜອງຂໍ້ມູນໂດຍລວມ ຕໍ່ການວາງແຜນ ໃນຂອບເຂດທົ່ວປະເທດ.

ໃນທ້າຍເດືອນທັນວາ 2025 ທີ່ຜ່ານມາ, ອົງການ WWF-Laos ແລະ ຄູ່ຮ່ວມງານ ໄດ້ໃຫ້ການສະໜັບສະໜູນ ກົມປ່າໄມ້ ແລະ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ຕໍ່ການຈັດຕັ້ງປະຕິບັດກິດຈະກໍາ ການຕິດປອກຄໍດາວທຽມ GPS ໃຫ້ກັບຊ້າງປ່າ ເຂດປ່າສະຫງວນແຫ່ງຊາດນໍ້າປຸຍ; ໜຶ່ງໃນເຂດທີ່ມີປະຊາກອນຊ້າງປ່າອັນດັບຕົ້ນໆຂອງ ລາວ ອາໄສຢູ່. ການວາງແຜນແມ່ນມີມາໃນໄລຍະຫຼາຍເດືອນລ່ວງໜ້າ ເພື່ອເປັນການກຽມພ້ອມ, ຝຶກອົບຮົມ, ສໍາຫຼວດ ແລະ ການກະກຽມອຸປະກອນຕ່າງໆ ໂດຍມີຜູ້ຊ່ຽວຊານຈາກທັງໃນ ແລະ ຕ່າງປະເທດ ໃຫ້ຄວາມຮູ້ ແລະ ແຊຣປະສົບການ.

ທີມງານໄດ້ວາງແຜນການຕິດປອກຄໍຕິດຕາມລະບົບ GPS ສໍາລັບຫຼາຍໂຕ ແຕ່ມາຮອດປະຈຸບັນແມ່ນໄດ້ສໍາເລັດແລ້ວ 1 ໂຕ ແລະ ຄາດວ່າອະນາຄົດອັນໃກ້ຈະສືບຕໍ່ກິດຈະກໍາດັ່ງກ່າວ.

ຂໍ້ມູນທີ່ໄດ້ຈາກປອກຄໍດາວທຽມ ຈະຊ່ວຍສະໜັບສະໜູນການບໍລິຫານ-ຄຸ້ມຄອງທີ່ອີງໃສ່ຫຼັກຖານທາງວິຊາການ ສໍາລັບປະຊາກອນຊ້າງປ່າ, ຊ່ວຍເສີມສ້າງການວາງແຜນໃນລະດັບຊາດພາຍໃຕ້ແຜນປະຕິບັດງານຊ້າງແຫ່ງຊາດ, ແລະ ຈະເປັນພື້ນຖານສໍາລັບການຂະຫຍາຍກິດຈະກໍາດັ່ງກ່າວໄປຍັງພື້ນທີ່ອື່ນໆ ທີ່ເປັນແຫຼ່ງທີ່ຢູ່ອາໄສຂອງຊ້າງປ່າໃນຂອບເຂດທົ່ວປະເທດ.

ການໄດ້ເຂົ້າໃຈ ແລະ ຮູ້ເຖິງພື້ນທີ່ທີ່ເປັນຖິ່ນທີ່ຢູ່ອາໄສຂອງຊ້າງປ່າ ຈະຊ່ວຍໃຫ້ພາກສ່ວນທີ່ກ່ຽວຂ້ອງສາມາດເຮັດວຽກຮ່ວມກັບຊຸມຊົນ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ອາດເກີດຂຶ້ນຕໍ່ທັງຄົນ ແລະ ຊ້າງ ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ກັບວຽກງານອະນຸລັກຊ້າງໃນໄລຍະຍາວ ທັງໃນ ແລະ ບໍລິເວນອ້ອມຂ້າງປ່າສະຫງວນນໍ້າປຸຍ.

ການຕິດປອກຄໍ GPS ເພື່ອຕິດຕາມຊ້າງໃນຄັ້ງນີ້ ຈະໃຫ້ຂໍ້ມູນທີ່ເປັນປະໂຫຍດ ແລະ ທັນເວລາ ທັງຈະຊ່ວຍໃຫ້ເຂົ້າໃຈການເຄື່ອນໄຫວ ໄປ-ມາຂອງຊ້າງໄດ້ດີຂຶ້ນ. ຂໍ້ມູນເຫຼົ່ານີ້ ຈະເຮັດໃຫ້ທີມງານວາງແຜນລາດຕະເວນໄດ້ຢ່າງມີປະສິດທິຜົນ, ປົກປັກຮັກສາຖິ່ນອາໄສທີ່ສຳຄັນ, ປັບປຸງການຕອບສະໜອງຢ່າງທັນເວລາຕໍ່ສະຖານະການຄວາມຂັດແຍ່ງລະຫວ່າງຄົນກັບຊ້າງປ່າທີ່ອາດຈະເກີດຂຶ້ນ, ພ້ອມທັງຍົກລະດັບການຄຸ້ມຄອງ-ບໍລິຫານໂດຍລວມເຂດອະນຸລັກ.

ພາບ: WWF​

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...