Homeຂ່າວທ້ອງຖິ່ນປັບໃໝ 300,000 ກີບ ນະຄອນຫຼວງພະບາງເຂັ້ມງວດ ການຄຸ້ມຄອງຄວາມສະອາດຖ້າຖິ້ມຂີ້ເຫຍື້ອຊະຊາຍ ຈະປັບໃໝ 300,000 ກີບ ແລະ ຖ້າມີຄັ້ງທີ 2 ຈະຖືກປັບໃໝ...

ປັບໃໝ 300,000 ກີບ ນະຄອນຫຼວງພະບາງເຂັ້ມງວດ ການຄຸ້ມຄອງຄວາມສະອາດຖ້າຖິ້ມຂີ້ເຫຍື້ອຊະຊາຍ ຈະປັບໃໝ 300,000 ກີບ ແລະ ຖ້າມີຄັ້ງທີ 2 ຈະຖືກປັບໃໝ 1,000,000 ກີບ

Published on

ອີງຕາມໜັງສືແຈ້ງການຂອງເຈົ້ານະຄອນ ຫຼວງພະບາງ ເລກທີ 004 ຈນ.ຫຼບ ລົງວັນທີ 9 ມັງກອນ 2026

ບໍລິສັດນຳທ່ຽວ, ສະມາຄົມລົດຕູ້ນຳທ່ຽວ, ສະມາຄົມເຮືອນຳທ່ຽວ, ຜູ້ປະກອບການດ້ານການທ່ອງທ່ຽວ,ລວມທັງພະນັກງານນຳທ່ຽວ (ໄກ້ນຳທ່ຽວ) ພາຍໃນນະຄອນ ຫຼວງພະບາງ. ເລື່ອງ: ການຄຸ້ມຄອງຄວາມສະອາດພາຍໃນ ນະຄອນ ຫຼວງພະບາງ

ຂໍຖືເປັນກຽດແຈ້ງການມາຍັງບັນດາບໍລິສັດນຳທ່ຽວ, ສະມາຄົມລົດຕູ້ນຳທ່ຽວ, ສະມາຄົມ ເຮືອນຳທ່ຽວ, ຜູ້ປະກອບການດ້ານການທ່ອງທ່ຽວ, ລວມທັງພະນັກງານນຳທ່ຽວ (ໄກ້ນຳທ່ຽວ) ພາຍໃນນະຄອນ ຫຼວງພະບາງ ໃຫ້ທຸກພາກສ່ວນເປັນເຈົ້າການ ໃນການຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍລາຍລະອຽດ ດັ່ງນີ້:

  1. ຫ້າມຖິ້ມຂີ້ເຫຍື້ອຊະຊາຍເປັນຕົ້ນ: ຖິ້ມສິ່ງເສດເຫຼືອຕ່າງໆ ຕາມສະຖານທີ່ສາທາລະນະ, ຖີ້ມສິ່ງເສດເຫຼືອອອກຈາກລົດ-ເຮືອ ລົງສູ່ແມ່ນໍ້າ, ຮ່ອງນໍ້າ ແລະ ສະຖານທີ່ຕ່າງໆ ພາຍໃນເທດສະບານ ນະຄອນ ຫຼວງພະບາງ.

-ຖ້າຫາກມີການລະເມີດຄັ້ງທີ 1 ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ, ປັບໃໝ 300,000 ກີບ, ພ້ອມທັງອານາໄມຄືນ ແລະ ໄຊ້ແທນຄ່າສິ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ

-ຖ້າຫາກມີການລະເມີດຄັ້ງທີ 2 ຈະຖືກປັບໃໝ 1,000,000 ກີບ ພ້ອມທັງອານາໄມຄືນ ແລະ ໄຊ້ແທນຄ່າສິ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ

-ຖ້າຫາກກະທໍາຜິດຊໍ້າໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ເປັນຄັ້ງທີ່ 3 ຈະຖືກປັບໃໝ 5 ຫຼື 10 ເທົ່າຂອງຄັ້ງທີ 2 ພ້ອມທັງອານາໄມຄືນ ແລະ ໄຊ້ແທນຄ່າສີ້ນເປືອງຕ່າງໆ ຂອງເຈົ້າໜ້າທີ່ຮັບຜິດຊອບ ແລະ ແຈ້ງການກະທໍາຜິດຂອງຜູ້ລະເມີດຕໍ່ກົງສູນ ຫຼື ກົມກອງຜູ້ກ່ຽວ ແລະ ມອບໃຫ້ເຈົ້າໜ້າທີ່ດຳເນີນຕາມລະບຽບກົດໝາຍ

  1. ຖ້າການກະທໍາຜິດຂອງບຸກຄົນ, ນັກທ່ອງທ່ຽວ, ລູກທົວ ທີ່ຂຶ້ນກັບການຄຸ້ມຄອງຂອງບໍລິສັດນຳທ່ຽວ, ລົດຕູ້ນຳທ່ຽວ, ເຮືອນຳທ່ຽວ, ຜູ້ປະກອບການດ້ານທ່ອງທ່ຽວ ແລະ ພະນັກງານນຳທ່ຽວ (ໄກ້ນຳທ່ຽວ) ຜູ້ໃດພາກສ່ວນດັ່ງກ່າວກໍ່ຈະຖືກປະຕິບັດຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ;ກໍລະນີມີການລະເມີດທີ່ຮ້າຍແຮງ ຫຼື ສ້າງຄວາມເສຍຫາຍຫຼາຍແມ່ນຈະຖືກໂຈະ ຫຼື ຖອນໃບດຳເນີນທຸລະກິດຕາມລະບຽບການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນໜັງສືແຈ້ງການ ສະບັບນີ້ຢ່າງເຂັ້ມງວດ.

ແຫຼ່ງຂໍ້ມູນ: ໂທລະພາບ ແຂວງຫຼວງພະບາງ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...