Homeຂ່າວທ້ອງຖິ່ນຄົ້ນພົບພຣະພຸດທະຮູບເກົ່າ ຈໍານວນ105 ອົງ ຢູ່ເມືອງໂຂງ, ແຂວງຈຳປາສັກ ໃນນັ້ນມີພຣະທອງສຳລິດ ຈຳນວນ 4 ອົງ ແລະ ພຣະເງິນ ຈຳນວນ...

ຄົ້ນພົບພຣະພຸດທະຮູບເກົ່າ ຈໍານວນ105 ອົງ ຢູ່ເມືອງໂຂງ, ແຂວງຈຳປາສັກ ໃນນັ້ນມີພຣະທອງສຳລິດ ຈຳນວນ 4 ອົງ ແລະ ພຣະເງິນ ຈຳນວນ 101 ອົງ

Published on

ໃນວັນທີ 12 ມັງກອນ 2026 ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນຫຼາຍກວ່າຮ້ອຍອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ ເຊິ່ງສ້າງຄວາມປິຕິຊົມຊື່ນໃຫ້ແກ່ຊາວພຸດທະສາສະນິກະຊົນ ແລະ ປະຊາຊົນໃນທ້ອງຖິ່ນເປັນຢ່າງຍິ່ງ.

ສະນັ້ນ, ອຳນາດການປົກຄອງເມືອງໂຂງ ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ; ຈາກການໃຫ້ຂໍ້ມູນຂອງການຈັດຕັ້ງບ້ານເວີນຂາວວ່າ: ເຫດການນີ້ເກີດຂຶ້ນໃນວັນທີ 11 ມັງກອນ 2026, ເວລາປະມານ 17:00 ໂມງ. ຜູ້ທີ່ຄົ້ນພົບຄົນທຳອິດແມ່ນ ນາງ ສຸກສະຫວັນ ແສງອາລຸນ, ອາຍຸ 13 ປີ (ເປັນລູກສາວຂອງ ທ້າວ ພັນ ແລະ ນາງ ບຸນຫຼາຍ), ໃນຂະນະທີ່ກຳລັງພາຫຼານໄປຫຼິ້ນຢູ່ບໍລິເວນໃກ້ຄຽງບ້ານຂອງຕົນ. ນາງ ສຸກສະຫວັນ ໄດ້ສັງເກດເຫັນສິ້ນສ່ວນຂອງໄຫດິນໂພ່ຂຶ້ນມາຈາກພື້ນດິນ, ຈຶ່ງໄດ້ຕັດສິນໃຈໃຊ້ສຽມສັບດິນອອກ ແລະ ໄດ້ພົບເຫັນສິ່ງລຳຄ່າທີ່ຢູ່ຂ້າງໃນເປັນພະພຸດທະຮູບ. ຈາກການກວດກາເບື້ອງຕົ້ນ, ພົບພະພຸດທະຮູບທັງໝົດມີຈຳນວນ 105 ອົງ, ເປັນພະທອງສຳລິດຈຳນວນ 4 ອົງ, ພະເງິນຈຳນວນ 101 ອົງ, ໃນຈຳນວນທັງໝົດນັ້ນ ມີພະພຸດທະຮູບທີ່ຍັງມີສະພາບສົມບູນດີ 53 ອົງ, ສ່ວນທີ່ເຫຼືອແມ່ນມີການເປ່ເພໄປຕາມກາລະເວລາ.

ທ່ານ ໜູແສງ ຜຸຍບັນດິດ ໃຫ້ຮູ້ວ່າ: ໃນຂະນະນີ້, ພະພຸດທະຮູບທັງໝົດໄດ້ຖືກເກັບຮັກສາໄວ້ໃນບ່ອນທີ່ປອດໄພ ກໍຄືທີ່ວັດບ້ານເວີນຂາວ ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ, ລົງມາສົມທົບກວດກາ, ຂຶ້ນທະບຽນ ແລະ ສຶກສາຄົ້ນຄວ້າເຖິງອາຍຸການ ແລະ ປະຫວັດຄວາມເປັນມາຂອງພະພຸດທະຮູບເຫຼົ່ານີ້. ການຄົ້ນພົບຄັ້ງນີ້ ບໍ່ພຽງແຕ່ເປັນສິລິມຸງຄຸນໃຫ້ແກ່ຄອບຄົວຜູ້ຄົ້ນພົບ ແລະ ຊາວບ້ານເວີນຂາວເທົ່ານັ້ນ, ແຕ່ຍັງເປັນການຄົ້ນພົບທາງປະຫວັດສາດທີ່ສຳຄັນ ເຊິ່ງສະແດງໃຫ້ເຫັນເຖິງຮາກເຫງົ້າທາງວັດທະນະທຳ ແລະ ຄວາມຮຸ່ງເຮືອງຂອງພຸດທະສາສະໜາໃນເຂດເມືອງໂຂງ ແຂວງຈຳປາສັກ ໃນອະດີດ.

 

ແຫຼ່ງຂໍ້ມູນ: Media Laos

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...