Homeຂ່າວທ້ອງຖິ່ນພົບລະເບີດໃຫຍ່ ນໍ້າໜັກ 250 ປອນ ໃນຂະນະທີ່ກຳລັງຂຸດດິນ ເພື່ອກຽມພື້ນທີ່ປຸກສ້າງເຮືອນ ເຂດບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ.

ພົບລະເບີດໃຫຍ່ ນໍ້າໜັກ 250 ປອນ ໃນຂະນະທີ່ກຳລັງຂຸດດິນ ເພື່ອກຽມພື້ນທີ່ປຸກສ້າງເຮືອນ ເຂດບ້ານຫ້ວຍແປນ ເມືອງປາກອູ ແຂວງຫຼວງພະບາງ.

Published on

ໃນວັນທີ 7 ມັງກອນ 2026 ຜ່ານມາ, ໄດ້ມີລາຍງານການພົບເຫັນລະເບີດໃຫຍ່ຈາກປະຊາຊົນ ບ້ານ ຫ້ວຍແປນ, ເມືອງ ປາກອູ, ແຂວງ ຫຼວງພະບາງ ເຊິ່ງເຈົ້າຂອງທີ່ດິນໄດ້ຈ້າງລົດຈົກດິນມາຂຸດດິນສໍາລັບກະກຽມພື້ນທີ່ປຸກສ້າງເຮືອນ, ໃນລະຫວ່າງການຂຸດຈົກດິນ ຄົນຂັບລົດໄດ້ພົບເຫັນລະເບີດໃຫຍ່ 1 ໜ່ວຍ ແລະ ໄດ້ແຈ້ງໃຫ້ເຈົ້າຂອງທີ່ດິນຮັບຊາບ ເຊິ່ງເຈົ້າຂອງທີ່ດິນ ກໍ່ໄດ້ລາຍງານມາຍັງຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ເພື່ອໃຫ້ສົ່ງພະນັກງານວິຊາການມາຊ່ວຍເຄື່ອນຍ້າຍລະເບີດດັ່ງກ່າວອອກຈາກເຂດພື້ນທີ່ກໍ່ສ້າງ.

ພະນັກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ລົງກວດກາ ແລະ ພິສູດລະເບີດຕາມເຕັກນິກວິຊາການໃຫ້ຮູ້ວ່າ ລະເບີດດັ່ງກ່າວແມ່ນລະເບີດໃຫຍ່ ປະເພດ MK81 ນໍ້າໜັກ 250 ປອນ (113 ກິໂລກຣາມ) ແລະ ໄດ້ເຄື່ອນຍ້າຍລະເບີດໄປສະໜາມທໍາລາຍສະເພາະ ຢູ່ ເມືອງ ນໍ້າບາກ ເປັນທີ່ຮຽບຮ້ອຍແລ້ວ.

ພາບ: UXO

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...