Homeຂ່າວການພັດທະນາທາງລົດໄຟ ວຽງຈັນ-ປາກເຊ ໃນຕົ້ນປີນີ້ 2026 ນີ້ ຍທຂ ເລີ່ມສຶກສາຄວາມເປັນໄປໄດ້ ໃນການສ້າງທາງລົດໄຟສູ່ແຂວງພາກໃຕ້

ທາງລົດໄຟ ວຽງຈັນ-ປາກເຊ ໃນຕົ້ນປີນີ້ 2026 ນີ້ ຍທຂ ເລີ່ມສຶກສາຄວາມເປັນໄປໄດ້ ໃນການສ້າງທາງລົດໄຟສູ່ແຂວງພາກໃຕ້

Published on

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະ​ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນ 2026 ທີ່ກອງປະຊຼຸມໃຫຍ່ຜູ້ແທນທົົ່ວປະເທດ ຄັັ້ງທີ XII ຂອງພັກປະຊາ​ຊົນ ປະຕິວັດລາວ ໄດ້ໃຫ້ຮູ້ວ່າ: ນັບແຕ່ເລີ່ມເປີດບໍລິ​ການທາງລົດໄຟ ລາວ-ຈີນ (ວັນທີ 3 ທັນວາ 2021) ເປັນຕົ້ນມາ ໄດ້ສ້າງຕົວເລກສະຖິຕິທີ່ໜ້າປະທັບໃຈທັງສອງດ້ານ ຄື: ດ້ານການຂົນສົ່ງຜູ້ໂດຍສານ ສະເພາະໃນ ສປປ ລາວ ໄດ້ທັງໝົດ 12 ລ້ານເທື່ອຄົນ ຕະຫຼອດເສັ້ນທາງ (ວຽງຈັນ- ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ, ດ້ານການຂົນສົ່ງສິນຄ້າ: ສະເພາະໃນ ສປປ ລາວ ສາມາດລຳລຽງສິນຄ້າໄດ້ 16 ລ້ານໂຕນ ຕະຫຼອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານໂຕນ ຊ່ວຍຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການຂົນສົ່ງຢ່າງຫຼວງຫຼາຍ.

ດ້ານເສດຖະກິດ ແລະ ການທ່ອງທ່ຽວ: ການບໍລິການທາງລົດໄຟ ໄດ້ກາຍເປັນແມ່ແຮງດຶງດູດນັກທ່ອງທ່ຽວສາ​ກົນເຂົ້າມາລາວໄດ້ເຖິງ 12.5 ລ້ານຄົນ ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໄດ້ກວ່າ 2.6 ຕື້ໂດລາສະຫະລັດ.

ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ ລັດຖະບານໄດ້ວາງແຜນຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5​ ປີຕໍ່ໜ້າ (2026​- 2030): ນັກທ່ອງທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານຄົນຄາດຄະເນລາຍຮັບປະມານ 8 ຕື້ໂດລາ, ນັກທ່ອງທ່ຽວ​ ພາຍໃນສູ້ຊົນໃຫ້ໄດ້ 11 ລ້ານເທື່ອຄົນ ຄາດຄະເນລາຍຮັບ 5 ຕື້ໂດລາ. ດ້ານການຂະຫຍາຍໂຄງຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງ ຈະສືບຕໍ່ຍົກລະດັບການເຊື່ອມຕໍ່ລະ​ຫວ່າງ ທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ ໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນສູນກາງໂລຈິສຕິກຂອງພາກພື້ນ. ຄາດວ່າຈະເລີ່ມລົງມືກໍ່ສ້າງ ທາງລົດໄຟ ລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມສຶກສາຄວາມເປັນໄປໄດ້ໃນການສ້າງ ທາງລົດໄຟ ວຽງຈັນ-ປາກເຊ ເພື່ອເຊື່ອມຕໍ່ລົງສູ່ພາກໃຕ້.

ຕະຫຼອດຫຼາຍປີມານີ້ ສາມາດຢືນຢັນໄດ້ວ່າ: ວຽກ​ງານ​ທາງລົດໄຟ ບໍ່ແມ່ນພຽງແຕ່ການຂົນສົ່ງເທົ່ານັ້ນ ແຕ່ແມ່ນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມແຂງໃນເວທີສາກົນ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...