Homeຂ່າວຕ່າງປະເທດບໍ່ຕ້ອງຖ້າຂ້າມມື້ ເຈົ້າໜ້າທີ່ຫວຽດນາມ ຊ່ວຍນັກທ່ອງທ່ຽວຊາວລາວ ຊອກຫາເງິນສົດ ແລະ ເອກະສານທີ່ຕົກເຮ່ຍ ມູນຄ່າ 71 ລ້ານກີບ ພາຍໃນ 1 ຊົ່ວໂມງ

ບໍ່ຕ້ອງຖ້າຂ້າມມື້ ເຈົ້າໜ້າທີ່ຫວຽດນາມ ຊ່ວຍນັກທ່ອງທ່ຽວຊາວລາວ ຊອກຫາເງິນສົດ ແລະ ເອກະສານທີ່ຕົກເຮ່ຍ ມູນຄ່າ 71 ລ້ານກີບ ພາຍໃນ 1 ຊົ່ວໂມງ

Published on

ສຳນັກຂ່າວປະເທດຫວຽດນາມລາຍງານ ເມື່ອບໍ່ດົນມານີ້ທີ່ແຂວງກວາງຕີ(Quang Tri), ປະເທດຫວຽດນາມ ເຈົ້າໜ້າທີ່ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອນັກທ່ອງທ່ຽວທີ່ເປັນຄົນລາວທີ່ເຮັດກະເປົາຕົກເຮ່ຍ ເຊິ່ງມີຊັບສິນມູນຄ່າປະມານ 86 ລ້ານດົງ ຫຼື ປະມານ 71 ລ້ານກີບ ພ້ອມທັງເອກະສານສ່ວນຕົວ ໂດຍສາມາດໄດ້ຊອກເຫັນ ແລະ ສົ່ງຄືນ ພາຍໃນ 1 ຊົ່ວໂມງ.

ນັກທ່ອງທ່ຽວຄົນດັ່ງກ່າວ ມີຊື່ວ່າ: ທ້າວ ບຸນນະ ພັນທະວິໄລ ອາຍຸ 39 ປີ ສັນຊາດລາວ ເຊິ່ງໄດ້ເລົ່າເຫດການວ່າ ຕົນໄດ້ເຮັດເງິນ ແລະ ເອກະສານສຳຄັນເຮ່ຍ ໃນລະຫວ່າງການເດີນທາງທ່ອງທ່ຽວປະເທດຫວຽດນາມໃນໄລຍະ ວັນທີ 1-4 ມັງກອນ 2026 ທີ່ຜ່ານມາ.

ເຫດການເກີດຂຶ້ນ ໃນວັນທີ 02 ມັງກອນ 2026 ເວລາປະມານ 18:00 ໂມງ ພາຍຫຼັງທີ່ຮູ້ວ່າຕົນເອງເຮັດກະເປົາເຮ່ຍ ຈຶ່ງໄດ້ເຂົ້າໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ແລະ ດ້ວຍການຕອບສະໜອງຢ່າງວ່ອງໄວ ຂອງເຈົ້າໜ້າທີ່ຕຳຫຼວດ ເຮັດໃຫ້ສາມາດຊອກຫາ ແລະ ເກັບຄືນເງິນສົດ, ຂອງໃຊ້ສ່ວນຕົວ ແລະ ເອກະສານທັງໝົດ ພາຍໃນກະເປົາ ໄດ້ຄືນພາຍໃນເວລາປະມານ 19:00 ຂອງວັນທີ 02 ມັງກອນ 2026 ພາຍໃນເວລາ 1 ຊົ່ວໂມງ

ເຫດການນີ້ສະແດງໃຫ້ເຫັນເຖິງປະສິດທິພາບຂອງຕຳຫຼວດຫວຽດນາມ ແລະຄວາມມີນ້ຳໃຈໄມຕີ ຕໍ່ນັກທ່ອງທ່ຽວຕ່າງຊາດ ເຊິ່ງເປັນການສ້າງພາບພົດທີ່ດີໃຫ້ແກ່ອຸດສາຫະກຳທ່ອງທ່ຽວຂອງຫວຽດນາມ ໂດຍສະເພາະແມ່ນຕໍ່ນັກທ່ອງທ່ຽວຈາກປະເທດເພື່ອນບ້ານຄືລາວ.

ແຫຼ່ງຂໍ້ມູນ: Tuoitre Vietnam, Lao youth

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...