Homeຂ່າວທ້ອງຖິ່ນວັນທີ 5-9 ມັງກອນ 2026 ນີ້ ໄຊຍະບູລີ ແຈ້ງໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມບັນເທີງ-ຄາລາໂອເກະ ໃນໄລຍະດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ

ວັນທີ 5-9 ມັງກອນ 2026 ນີ້ ໄຊຍະບູລີ ແຈ້ງໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມບັນເທີງ-ຄາລາໂອເກະ ໃນໄລຍະດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ

Published on

ອີງຕາມແຈ້ງການຂອງຄະນະກຳມະການປົກຄອງເມືອງໄຊຍະບູລີ ເລກທີ 01/ຄປມ.ຊຍ ລົງເມື່ອວັນທີ 2 ມັງກອນ 2026 ກ່ຽວກັບ ໃຫ້ປິດບໍລິການຊົ່ວຄາວ ຮ້ານກິນດື່ມບັນເທີງ-ຄາລາໂອເກະ ໄລຍະດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ວັນທີ 5-9 ມັງກອນ 2026 ໂດຍຈັດຕັ້ງໃຫ້ປະຕິບັດດັ່ງນີ້:

  • ໃຫ້ປິດການບໍລິການໃນໄລຍະການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເລີ່ມແຕ່ວັນທີ 5-9 ມັງກອນ 2026 ເປັນເວລາ 5 ວັນ.
  • ມອບໃຫ້ ກອງບັນຊາການ ປກສ ເມືອງ ນໍາພາ-ຊີ້ນໍາ ປກສ ກຸ່ມບ້ານ, ຂະແໜງການທີ່ກ່ຽວຂ້ອງໂດຍສະເພາະ ຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ, ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ້ຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  • ຖ້າຫາກມີການຝ່າຝືນບໍ່ປະຕິບັດຕາມແຈ້ງການ ແມ່ນມອບໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...