Homeຂ່າວການພັດທະນາຮື້ຖອນເຄີບທາງ BRT ແລະ ທາງທົ່ວໄປ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການກ່ຽວກັບໂຄງການຂົນສົ່ງແບບຢືນຍົງໃນຕົວເມືອງ ພ້ອມໃຫ້ດັດແກ້ແບບຕາມທິດຊີ້ນຳ ເພື່ອແກ້ໄຂການສັນຈອນທີ່ແອອັດ

ຮື້ຖອນເຄີບທາງ BRT ແລະ ທາງທົ່ວໄປ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການກ່ຽວກັບໂຄງການຂົນສົ່ງແບບຢືນຍົງໃນຕົວເມືອງ ພ້ອມໃຫ້ດັດແກ້ແບບຕາມທິດຊີ້ນຳ ເພື່ອແກ້ໄຂການສັນຈອນທີ່ແອອັດ

Published on

ອີງຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2051/ຫສນຍ, ລົງວັນທີ 12 ທັນວາ 2025

ຂໍຖືເປັນກຽດແຈ້ງການຕົກລົງຂອງ ທ່ານ ນາຍົກລັດຖະມົນຕີ ມາຍັງທ່ານ ເພື່ອຊາບດັ່ງນີ້:

  • ເຫັນດີໃຫ້ປະຕິບັດການເບີກຖອນຈ່າຍໃຫ້ຜູ້ຮັບເໝົາຕາມໜ້າວຽກທີ່ໄດ້ສຳເລັດຕົວຈິງ. ພ້ອມນັ້ນ, ໃຫ້ ດັດແກ້ແບບຕາມການຊີ້ນໍາຂອງຂັ້ນເທິງ (ຮື້ຖອນເຄີບກັ້ນທາງ BRT ແລະ ທາງທົ່ວໄປ) ກໍລະນີ ຜູ້ສະໜອງທຶນສາກົນຢຸດຕິການສະໜອງທຶນ ກໍໃຫ້ສະຫຼຸບຂາດຕົວປິດບັນຊີໂຄງການ ບໍ່ໃຫ້ມີຜົນກະທົບຕໍ່ການສັນຈອນໃນຕົວເມືອງ ນະຄອນຫຼວງວຽງຈັນ.

  • ມອບພາກສ່ວນທີ່ກ່ຽວຂ້ອງສົມທົບກັນ ແກ້ໄຂບັນຫາການສັນຈອນ ທີ່ແອອັດໃນຊົ່ວໂມງເລັ່ງດ່ວນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...