Homeຂ່າວກິລາໄຂຂຶ້ນຢ່າງເປັນທາງການ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ, ສປປ ລາວ ສົ່ງ 39 ປະເພດກິລາ ຮ່ວມຊີງໄຊ ພ້ອມຕັ້ງເປົ້າ...

ໄຂຂຶ້ນຢ່າງເປັນທາງການ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ, ສປປ ລາວ ສົ່ງ 39 ປະເພດກິລາ ຮ່ວມຊີງໄຊ ພ້ອມຕັ້ງເປົ້າ 5 ຫຼຽນຄຳ

Published on

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.

ໃນພິທີເປີດງານຄັ້ງນີ້ ເຈົ້າພາບ ໄດ້ຈັດການສະແດງ 5 ຊຸດ : “BACK TO THE ORIGIN – ສູ່ຈຸດເລີ່ມຕົ້ນ ”, “ IGNITE THE GAME – ປຸກພະລັງສູ່ການແຂ່ງຂັນ”, “WE ARE ONE – WE ARE CONNECTED BY THE SEA – ສາຍນໍ້າເຊື່ອມດວງໃຈເປັນໜຶ່ງດຽວ”, “ONE SPIRIT – ຈິດວິນຍານແຫ່ງຄວາມເປັນໜຶ່ງ” ແລະ “BLOOMING OF ONE VICTORY – ມິດຕະພາບ ຄືໄຊຊະນະ”. ຊຶ່ງທຸກການສະແດງສ່ອງແສງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງບັນດາປະເທດໃນອາຊຽນ, ພາສາທັກທາຍ, ດອກໄມ້ປະຈຳຊາດ, ຄວາມເປັນມາຂອງຊີເກມ ແລະ ສິລະປະຕໍ່ສູ້ຂອງມວຍໄທ ປະສານກັບແສງສີສຽງຢ່າງງົດງາມ.

ສ່ວນວາລະການເດີນຂະບວນສວນສະໜາມຂອງຄະນະນັກກິລາ 11 ຊາດ ໂດຍຄະນະນັກກິລາລາວ ເປັນຂະບວນທີ 4 ຕໍ່ຈາກອິນໂດເນເຊຍ ຖືທຸງໂດຍ ວິລະສັກ ລາດຊະວົງ ນັກກິລາເປຕັງເຈົ້າຂອງຫຼຽນຄຳ ຊີເກມ ຄັ້ງທີ 32 ແລະ 2 ຫຼຽນຄຳ ງານກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ແລະ ນຳຄະນະໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນັກກິລາລາວ.

ສຳລັບງານກິລາຊີເກມ ຄັ້ງທີ 33 ເປັນຄັ້ງທຳອິດໃນຮອບ 18 ປີ ທີ່ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 2007 ແລະ ເປັນຄັ້ງທີ 7 ຂອງປະເທດ ຫຼາຍສຸດໃນອາຊຽນ ໂດຍມີນັກກິລາເຂົ້າຮ່ວມ 12.506 ຄົນ ຊີງໄຊ 574 ຫຼຽນຄຳ ໃນ 50 ປະເພດກິລາ, ສະເພາະ ສປປ ລາວ ສົ່ງຄະນະນັກກິລາເຂົ້າຮ່ວມ 500 ກວ່າຄົນ ໃນ 39 ກິລາ ພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງຕໍ່າ 5 ຫຼຽນຄຳ.

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ຈະແຂ່ງຂັນຈົນໄປເຖິງວັນທີ 20 ທັນວາ 2025 ຈຶ່ງຈະສຳເລັດ.

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...