spot_img
Homeຂ່າວຕ່າງປະເທດຮອງກົງ ແລະ ໄຕ້ຫວັນ ຮັບຜົນກະທົບຮຸນແຮງຈາກພາຍຸໄຕຝຸ່ນຣາກາຊາ ບ້ານເຮືອນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ

ຮອງກົງ ແລະ ໄຕ້ຫວັນ ຮັບຜົນກະທົບຮຸນແຮງຈາກພາຍຸໄຕຝຸ່ນຣາກາຊາ ບ້ານເຮືອນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ

Published on

ໃນວັນທີ 24/09/2025 ທີ່ຜ່ານມາ, ທາງເຈົ້າໜ້າທີ່ໄຕ້ຫວັນຍັງຄົງດຳເນີນການຄົ້ນຫາຄົນສູນຫາຍ ເນື່ອງຈາກອິດທິພົນຂອງພາຍຸ ຣາກາຊາ ເຮັດໃຫ້ເຂື່ອນທີ່ມີອາຍຸຫຼາຍປີແຕກ ສົ່ງຜົນໃຫ້ນໍ້າໄຫຼຖ້ວມກະທັນຫັນຢູ່ຫຼາຍພື້ນທີ່ໃນໄຕ້ຫວັນ ບ້ານເມືອງເຕັມໄປດ້ວຍຂີ້ຕົມ, ຕົ້ນໄມ້ຫັກຫຼາຍຕົ້ນ, ຮ້ານຄ້າຖືກທຳລາຍ, ໄຟຟ້າບໍ່ສາມາດໃຊ້ງານໄດ້, ຂ່າວເສົ້າກໍຄືມີຜູ້ເສຍຊີວິດ 14 ຄົນ, ບາດເຈັບ 46 ຄົນ ແລະ ສູນຫາຍອີກຈຳນວນໜຶ່ງ. ປັດຈຸບັນ ປະຊາຊົນບາງສ່ວນຍັງຕ້ອງພັກອາໄສຢູ່ທີ່ສູນພັກອາໄສຊົ່ວຄາວ ແລະ ທາງນາຍົກລັດຖະມົນຕີຂອງໄຕ້ຫວັນ ກໍາລັງເລັ່ງສືບສວນທາງພາກສ່ວນທີ່ກ່ຽວຂ້ອງເນື່ອງຈາກບໍ່ມີຄຳສັ່ງໃຫ້ປະຊາຊົນອົບພະຍົບອອກຈາກພື້ນທີ່ດັ່ງກ່າວກ່ອນທີ່ເຂື່ອນຈະແຕກ.

ຈາກຜົນກະທົບຂອງພາຍຸ ຣາກາຊາ ເຮັດໃຫ້ຮອງກົງພົບກັບຄື້ນທະເລທີ່ພັດເຂົ້າທຳລາຍເຮືອນຊານ ແລະ ໂຮງແຮມທີ່ໃກ້ແຄມຝັ່ງ ເຮັດໃຫ້ຕົ້ນໄມ້ລົ້ມຫັກກວ່າ 700 ຕົ້ນ, ນໍ້າຖ້ວມ 22 ເຂດ, ດິນຊຸ 4 ຈຸດ, ມີຜູ້ບາດເຈັບ 90 ຄົນ ແລະ ມີການອົບພະຍົບປະຊາຊົນກວ່າ 860 ຄົນ ໄປຍັງສູນພັກອາໄສຊົ່ວຄາວ ປັດຈຸບັນແມ່ນພາຍຸດັ່ງກ່າວໄດ້ອ່ອນໂຕລົງແລ້ວ ສະຖານທີ່ຕ່າງໆ ລວມໄປເຖິງສະໜາມບິນສາມາດເປີດບໍລິການໄດ້ແລ້ວ.

ແຫຼ່ງຂໍ້ມູນ: Thairath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...