spot_img
Homeການແພດເດັກຊາຍຄົນທຳອິດ ທີ່ສາມາດຫາຍຂາດຈາກໂຣກມະເຮັງສະໝອງໄລຍະສຸດທ້າຍ ໂດຍໃຊ້ໄລຍະເວລາປິ່ນປົວກວ່າ 8 ປີ

ເດັກຊາຍຄົນທຳອິດ ທີ່ສາມາດຫາຍຂາດຈາກໂຣກມະເຮັງສະໝອງໄລຍະສຸດທ້າຍ ໂດຍໃຊ້ໄລຍະເວລາປິ່ນປົວກວ່າ 8 ປີ

Published on

ລາຍງານຈາກສຳນັກຂ່າວປະເທດຝຣັ່ງ ໃຫ້ຮູ້ວ່າ ມີເດັກຊາຍຊື່ວ່າ ລູຄັສ ເຈເມວຈິໂນວາ ໄດ້ເຂົ້າໄປກວດຮ່າງກາຍທີ່ໂຮງໝໍແຫ່ງໜຶ່ງໃນປະເທດຝຣັ່ງ ຜົນປະກົດວ່າ ເປັນໂຣກກິໂອມາ (ມະເຮັງໃນສະໝອງ) ເຊິ່ງເລີ່ມກວດພົບໂຣກນີ້ຕັ້ງແຕ່ມີອາຍຸ 6 ປີ, ເຊິ່ງທ່ານໝໍໄດ້ວິເຄາະວ່າ 90% ຂອງເດັກນ້ອຍທີ່ມີພາວະເນື້ອງອກໃນຊະນິດນີ້ຈະມີຊີວິດຢູ່ໄດ້ບໍ່ເກີນ 2 ປີ.

ຫຼັງຈາກທີ່ໄດ້ຮູ້ການວິເຄາະຂອງແພດ, ຜູ້ປົກຄອງຈຶ່ງໄດ້ຕັດສິນໃຈໃຫ້ເດັກເຂົ້າຮັບຢາ Enverolimus ເປັນຢາທີ່ຊ່ວຍໃນການຢຸດການເຕີບໂຕຂອງເຊື້ອມະເຮັງ ທີ່ກຳລັງຢູ່ໃນຂັ້ນທົດລອງໃນການຮັກສາ ໃນກໍລະນີພິເສດ. ຜ່ານການຮັກສາປິ່ນປົວ ແລະ ເຂົ້າຮັບຢາຢ່າງຕໍ່ເນື່ອງ ໃນການຮັກສາຖືວ່າໄດ້ຮັບຜົນດີມາຕະຫຼອດ ເປັນເວລາກວ່າ 8 ປີ. ມາຮອດປີ 2025 ເນື້ອງອກໃນສະໝອງກໍຄ່ອຍໆສະຫຼາຍໄປຈົນໝົດ ແລະ ຖືວ່າເປັນຂ່າວດີໃຫ້ແກ່ຜູ້ປົກຄອງ ແລະ ແພດປະຈໍາ.

ຕອນນີ້, ລູຄັສ ໄດ້ມີອາຍຸ 13 ປີິ, ສາມາດເວົ້າວ່າເປັນເດັກນ້ອຍຄົນທຳອິດທີ່ຫາຍຂາດຈາກໂຮກມະເຮັງໃນສະໝອງໄລຍະສຸດທ້າຍ ໃນກໍລະນີນີ້ ສ້າງຄວາມຫວັງ ແລະ ແນວທາງໃນການພັດທະນາທາງດ້ານການຮັກສາ ແລະ ຕໍ່ຕ້ານມະເຮັງໃຫ້ຫາຍຂາດ ເປັນຈຸດປ່ຽນແປງໃນວົງການແພດສຳລັບການຮັກສາມະເຮັງເລີຍກໍວ່າໄດ້.

ແຫຼ່ງຂໍ້ມູນ: medscriptum

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...