Homeຂ່າວຕ່າງປະເທດກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

Published on

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ.

ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ (Techo International Airport) ມູນຄ່າ 1.5 ພັນລ້ານໂດລາ ເຊິ່ງເປັນອີກໜຶ່ງຄວາມສຳເລັດທາງດ້ານໂຄງສ້າງພື້ນຖານທີ່ສຳຄັນທີ່ສຸດຂອງປະເທດ ສະໜາມບິນດັ່ງກ່າວຕັ້ງຫ່າງຈາກນະຄອນພະນົມເປນ ໄປທາງໃຕ້ປະມານ 20 ກິໂລແມັດ ເຊິ່ງຈະເຂົ້າມາຮັບຊ່ວງຕໍ່ຈາກສະໜາມບິນສາກົນພະນົມເປນ ພາຍຫຼັຈາກເປີດໃຫ້ບໍລິການມາເກືອບ 70 ປີ.

ສະນາມບິນສາກົນເຕໂຊ ສາມາດຮອງຮັບເຮືອບິນຂະໜາດໃຫຍ່ທີ່ສຸດໃນໂລກເຊັ່ນ: ເຮືອບິນ Airbus A380-800 ແລະ Boeing 747-800 ໄດ້ຢ່າງເຕັມປະສິດທິພາບ ແລະ ຍັງໄດ້ຖືກຈັດອັນດັບເປັນ 1 ໃນ 11 ສະໜາມບິນຊັ້ນນຳຂອງໂລກໃນດ້ານການອອກແບບ.

ສຳລັບໂຄງການດັ່ງກ່າວນີ້ຈະພັດທະນາເປັນ 3 ໄລຍະກໍຄື: ໄລຍະທຳອິດທີ່ເປີດໃຫ້ບໍລິການໃນປີນີ້ມີລັນເວຍາວ 4 ກິໂລແມັດ ແລະ ຮອງຮັບຜູ້ໂດຍສານໄດ້ຫຼາຍກວ່າ 15 ຄົນຕໍ່ປີ ແລະ ມີເປົ້າໝາຍຈະຂະຫຍາຍການຮອງຮັບຜູ້ໂດຍສານໄດ້ເຖິງ 45 ລ້ານຄົນພາຍໃນປີ 2050.

ແຫຼ່ງຂ່າວ: MGR ONLINE

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...