spot_img
Homeຄວາມຮູ້ຮອບຕົວກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

Published on

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ.

ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ ອາຊິດ ເຊິ່ງຈະຊ່ວຍທຳລາຍ ແລະ ຢຸດການຂະຫຍາຍໂຕຂອງພະຍາດບາງຊະນິດ ແຕ່ກໍຍັງບໍ່ພຽງພໍຕໍ່ການຂ້າເຊື້ອພະຍາດໄດ້, ຖ້າເຮົາກິນໂດຍບໍ່ຜ່ານການປຸງສຸກກໍອາດຈະເກີດຄວາມອັນຕະລາຍດັ່ງນີ້:

– ພະຍາດໃບໄມ້ໃນຕັບ ແລະ ຂີ້ກະຕືກ- ເຊືອແບັດທີເຣຍເຊັ່ນ: ຊາໂມເນລາ, ລິດທີເຣຍ, ອີໂຄລາຍ ທີ່ເຮັດໃຫ້ເກີດອາການເຈັບທ້ອງຮຸນແຮງ

– ອາຫານເປັນພິດ

– ອັນຕະລາຍຮ້າຍແຮງສຳລັບຄົນຖືພາ ອາດຈະເຮັດໃຫ້ລູກເປັນພິການຈາກການຕິດເຊື້ອລິທີເຣຍ

ດັ່ງນັ້ນ, ເຮົາຄວນນຳໄປປີ້ງ ຫຼື ທອດ ເຮັດໃຫ້ສຸກກ່ອນທຸກຄັ້ງ,າ ແຕ່ຖ້າໃຜມັກລົດຊາດຂອງການກິນດິບ ກໍຄວນເລືອກຊື້ສົ້ມໝູທີ່ມີຄຸນນະພາບດີ(ມີ ອຢ) ແລະ ໄດ້ຜ່ານການສາຍລັງສີຂ້າເຊື້ອ  ໂດຍຜ່ານການຮັບຮອງຈາກອົງການອະນາໄມໂລກ ຖ້າວ່າເປັນສົ້ມໝູທີ່ຊື້ທົ່ວໄປກໍຄວນຜ່ານການປຸງສຸງຈະດີກວ່າ.

ແຫຼ່ງຂໍ້ມູນ: ດຣ ນາງ. ສຸພິດຊາ pixxieclinic

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...