spot_img
Homeຂ່າວທົ່ວໄປລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

Published on

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້.

ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ.

ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ສົນທິສັນຍາພລາສຕິກໂລກ (INC 5.2) ທີ່ທຸກຄົນຕ່າງກໍຕັ້ງໜ້າລໍຄອຍ. ເຖິງແມ່ນການເຈລະນາເຫຼົ່ານີ້ ຈະຖືເປັນໂອກາດສໍາຄັນໃນການເລີ່ມຕົ້ນແກ້ໄຂວິກິດພລາສຕິກທົ່ວໂລກ, ແຕ່ຄວາມພະຍາຍາມຕໍ່ສູ້ຂອງບັນດາຮ້ານຮັບຊື້ຂອງເກົ່າທຸກຊະນິດ ແລະ ສິ່ງແວດລ້ອມຂອງລາວ ສະແດງໃຫ້ເຫັນເຫດຜົນຂອງຄວາມຈໍາເປັນຕ້ອງໄດ້ດໍາເນີນການຢ່າງຮີບດ່ວນ.

ລາຄາຕົກຕໍ່າ, ສຸຂະພາບຊຸດໂຊມ: ຢູ່ຮ່ອມຫຼັງຕະຫຼາດສົດໃນນະຄອນຫຼວງວຽງຈັນ, ຄໍາຫຼ້າ, ຄົນເກັບຂີ້ເຫຍື້ອກໍາລັງໝົກໝົ້ນກັບການຄັດແຍກສິ່ງເສດເຫຼືອທີ່ສະສົມໄວ້ໃນແຕ່ລະວັນ ດ້ວຍມືທີ່ເຕັມໄປດ້ວຍຄາບເປື້ອນ. ຊ່ວງ 2 ປີຜ່ານມາ, ພລາສຕິກໃນປະລິມານເທົ່າກັນນີ້ ຊ່ວຍໃຫ້ຄໍາຫຼ້າມີລາຍຮັບເຖິງ 8,000 ກີບ ຕໍ່ກິໂລກຼາມ, ແຕ່ປັດຈຸບັນລາຄາຂາຍຫຼຸດລົງເທົ່າກັບເຄິ່ງໜຶ່ງຂອງລາຄາຊ່ວງ 2 ປີກ່ອນໜ້າ.

ຄໍາຫຼ້າກ່າວຕໍ່ທີມງານວ່າ: “ພວກໂຮງງານຮັບຊື້ບອກວ່າພວກເຂົາບໍ່ສາມາດສົ່ງອອກໄດ້ຄືເກົ່າແລ້ວ,” ລາວທັງເວົ້າທັງໄອ ໂດຍໃຊ້ແຂນເສື້ອທີ່ດໍາເປື້ອນປົກປາກຂະນະໄອ. “ແຕ່ຂ້ອຍກໍບໍ່ຮູ້ວ່າຈະຊອກຫາລ້ຽງຄອບຄົວຕໍ່ໄປໄດ້ແນວໃດເມື່ອລາຄາຕົກຕໍ່າລົງເລື້ອຍໆ ແລະ ສຸຂະພາບຂອງຂ້ອຍກໍນັບມື້ຊຸດໂຊມ?”

ເລື່ອງລາວຂອງຄໍາຫຼ້າ ໄດ້ສະທ້ອນໃຫ້ເຫັນເຄືອຂ່າຍຣີໄຊເຄິນແບບບໍ່ເປັນທາງການຂອງປະເທດລາວ.

ເມື່ອກ່ອນ, ພລາສຕິກຖືກສົ່ງອອກໄປຍັງປະເທດໄທ ແລະ  ຫວຽດນາມໄດ້ຢ່າງເສລີ, ແຕ່ເນື່ອງຈາກມີຂໍ້ຈໍາກັດໃໝ່ເກີດຂຶ້ນ ເຮັດໃຫ້ຈໍານວນພລາສຕິກຖືກປະຖິ້ມໄປທົ່ວທຸກແຫ່ງໃນລາວ.

ປັດຈຸບັນ, ໂຮງງານແຫ່ງຕ່າງໆຕ້ອງການພລາສຕິກທີ່ມີຄວາມສະອາດຫຼາຍຂຶ້ນ ໂດຍເປັນມາດຕະຖານສູງກວ່າຄວາມສາມາດທີ່ຜູ້ເກັບຂີ້ເຫຍື້ອລາຍຍ່ອຍຈະສາມາດສະໜອງໃຫ້ໄດ້, ເຮັດໃຫ້ຜູ້ເກັບຂີ້ເຫຍື້ອຈໍາເປັນຕ້ອງໄດ້ຄັດແຍກປະເພດຂີ້ເຫຍື້ອທີ່ສົກກະປົກໜ້ອຍ-ຫຼາຍ ໂດຍປັດສາຈາກການປ້ອງກັນໃດໆ.

ແຕ່ລະປີຈະມີສິ່ງເສດເຫຼືອພລາສຕິກຈໍານວນຫຼາຍພັນໂຕນທີ່ບໍ່ໄດ້ຮັບການກໍາຈັດ: ໃນຂະນະດຽວກັນ, ການຜະລິດ ແລະ ຊົມໃຊ້ພລາສຕິກຂອງລາວຍັງສືບຕໍ່ເພີ່ມຂຶ້ນ.

ອີງຕາມການລາຍງານຄັ້ງຫຼ້າສຸດຂອງຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ລະບຸວ່າ: ຄາດວ່າທົ່ວນະຄອນຫຼວງວຽງຈັນ ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ, ແຕ່ຄວາມສາມາດນໍາສົ່ງຂີ້ເຫຍື້ອໄປຍັງພາກສະໜາມ ມີພຽງແຕ່ 500 ໂຕນຕໍ່ວັນເທົ່ານັ້ນ.

ອີງຕາມຂໍ້ມູນຈາກຫຼາຍແຫຼ່ງຂ່າວຂອງລັດຖະບານ ແລະ ທະນາຄານໂລກ ຮູ້ວ່າ: ຂີ້ເຫຍື້ອພລາສຕິກກວມ 24% ຂອງສິ່ງເສດເຫຼືອທັງໝົດ, ເຊິ່ງອາດສົ່ງຜົນໃຫ້ເກີດມີ ຂີ້ເຫຍື້ອພລາສຕິກທີ່ບໍ່ໄດ້ຮັບການກໍາຈັດປະມານ 18,000 ໂຕນ  ຕໍ່ປີ.

ຂີ້ເຫຍື້ອໃນຄົວເຮືອນສ່ວນໃຫຍ່ຖືກນໍາໄປຖິ້ມຢູ່ສະໜາມຂີ້ເຫຍື້ອ ເຊິ່ງຫ່າງຈາກເຂດຕົວເມືອງຂອງນະຄອນຫຼວງວຽງຈັນປະມານ 32 ກິໂລແມັດ.

ທ່ານ ສົມພອນ, ເຈົ້າຂອງຮ້ານຮັບຊື້ຂອງເກົ່າທຸກຊະນິດ ຢູ່ເມືອງຈັນທະບູລີ ໄດ້ອະທິບາຍດ້ວຍສີໜ້າທີ່ຜິດຫວັງ ວ່າ ໃນຂະນະທີ່ໂຮງງານຜະລິດພລາສຕິກຍັງສືບຕໍ່ເລັ່ງການຜະລິດ, ແຕ່ຊໍ້າພັດຕ້ອງການວັດສະດຸເສດເຫຼືອໃນປະລິມານໜ້ອຍພໍສົມຄວນ, ເຮັດໃຫ້ຜູ້ກ່ຽວຕ້ອງໄດ້ຮັບມືກັບຜົນກະທົບທັງດ້ານສິ່ງແວດລ້ອມ ແລະ ສຸຂະພາບ.

ກອງປະຊຸມທີ່ເຈນີວາ ເຊິ່ງຈັດຂຶ້ນໃນເດືອນສິງຫາ, ຂໍ້ສະເໜີກ່ຽວກັບ ຫຼັກການຂະຫຍາຍຄວາມຮັບຜິດຊອບຂອງຜູ້ຜະລິດ (EPR) ຄວນເປັນເປົ້າໝາຍສໍາຄັນຂອງການເຈລະຈາ, ເພື່ອຊຸກຍູ້ໃຫ້ຜູ້ຜະລິດມີຄວາມຮັບຜິດຊອບໃນລະດັບສູງ ເພື່ອຮັບຜິດຊອບຄ່າໃຊ້ຈ່າຍສໍາລັບການກໍາຈັດສິ່ງເສດເຫຼືອ.

ສໍາລັບປະເທດລາວ, ບາດກ້າວທໍາອິດທີ່ຈະກ້າວເຂົ້າສູ່ຫຼັກການ EPR ອາດຈະເລີ່ມຕົ້ນດ້ວຍການຮຽກຮ້ອງໃຫ້ຜູ້ຜະລິດພລາສຕິກລາຍໃຫຍ່ ລວມທັງໜ່ວຍງານທີ່ກ່ຽວຂ້ອງ ໃຫ້ການຍອມຮັບຢ່າງເປັນທໍາ ແລະ ສ້າງແຮງຈູງໃຈແກ່ຜູ້ເກັບຂີ້ເຫຍື້ອທົ່ວໄປ ເຊັ່ນ ຄໍາຫຼ້າ.

ລະເບີດເວລາທີ່ຢູ່ໃກ້ຕົວພວກເຮົາ: ຄວາມສ່ຽງດັ່ງກ່າວສາມາດເກີດຂຶ້ນໃນທັນທີ ສໍາລັບຜູ້ເກັບຂີ້ເຫຍື້ອທົ່ວໄປ. ຜົນການສຶກສາ ເຊື່ອມໂຍງເອົາການສໍາຜັດໄມໂຄຣພລາສຕິກກັບພະຍາດລະບົບຫາຍໃຈ ແລະ ພະຍາດຊໍາເຮື້ອອື່ນໆ. ແຕ່ຜູ້ທີ່ເຮັດວຽກກ່ຽວກັບການກໍາຈັດຂີ້ເຫຍື້ອຍັງຖືກເບິ່ງຂ້າມໃນວິໄສທັດດ້ານນະໂຍບາຍ.

ຄໍາຫຼ້າ ເຊັດຮອຍເປື້ອນຈາກພລາສຕິກອອກຈາກໃບໜ້າ ກ່ອນຈະຊີ້ແຈງກ່ຽວກັບຄວາມເຂົ້າໃຈຜິດຂອງຜູ້ຄົນສ່ວນໃຫຍ່ທີ່ວ່າ ພລາສຕິກຈະເສື່ອມສະຫຼາຍໄປເມື່ອຖືກຖິ້ມ.

ລາວອະທິບາຍຕື່ມວ່າ: ຄວາມຈິງແລ້ວ ຂີ້ເຫຍື້ອພລາສຕິກຕົກຄ້າງຕາມສິ່ງແວດລ້ອມຕ່າງໆ ທັງສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ ແລະ ກໍ່ໃຫ້ເກີດຄວາມສ່ຽງແກ່ຜູ້ຄົນຮຸ່ນຕໍ່ໆໄປ.

ສະພາປະຊາຊົນນະຄອນຫຼວງວຽງຈັນກໍາລັງດໍາເນີນການຊຸກຍູ້ສົ່ງເສີມການນໍາໃຊ້ພລາສຕິກທີ່ຍັງບໍ່ທັນຖືກກໍາຈັດ ເຊິ່ງເປັນບາດກ້າວສໍາຄັນທີ່ຈະນໍາໄປສູ່ຜົນໄດ້ຮັບໃນດ້ານບວກ.  ສ່ວນປະເດັນທີ່ວ່າຈະພຽງພໍກັບຈຸດປະສົງສະເພາະ ຫຼື ບໍ່ນັ້ນ ຄວນປ່ອຍໃຫ້ເວລາເປັນເຄື່ອງພິສູດ. ຢ່າງໃດກໍຕາມ, ເປັນເລື່ອງໜ້າເສຍດາຍທີ່ລາວຍັງມີເວລາໜ້ອຍເຕັມທີ່ເພື່ອຈະພິສູດກ່ຽວກັບປະເດັນດັ່ງກ່າວ. ຄາດວ່າ ການຜະລິດ, ການຊົມໃຊ້ ແລະ ປະລິມານຂີ້ເຫຍື້ອພລາສຕິກທີ່ເພີ່ມຂຶ້ນນັ້ນ ຍັງຈະສືບຕໍ່ເພີ່ມຂຶ້ນເປັນສອງເທົ່າໃນອີກສອງສາມທົດສະວັດຂ້າງໜ້າ, ເຊິ່ງຈະສົ່ງຜົນກະທົບຕໍ່ສຸຂະພາບຂອງເດັກນ້ອຍໃນປັດຈຸບັນ ແລະ ຄົນຮຸ່ນໃໝ່ໃນອະນາຄົດ. ຈະມີຈໍານວນຜູ້ຄົນພຽງພໍເພື່ອເຮັດໜ້າທີ່ຈັດເກັບຂີ້ເຫຍື້ອໃນສະພາບທີ່ຊຸດໂຊມແບບນີ້ ຫຼື ບໍ່? ການເຈລະຈາລະດັບໂລກທີ່ພວມຈະເກີດຂຶ້ນນັ້ນອາດສາມາດຊ່ວຍໃນເລື່ອງນີ້ໄດ້, ແຕ່ສໍາລັບ ສປປ ລາວ ຄົງຈະບໍ່ສາມາດລໍຖ້າການເຫັນດີເຫັນພ້ອມຈາກສາກົນກ່ອນທີ່ບັນຫາທຸກຢ່າງຈະເສື່ອມໂຊມລົງ.

ເມື່ອດວງຕາເວັນພວມເຄື່ອນຕົວລົງຢ່າງຊ້າໆຢູ່ເໜືອກອງຂີ້ເຫຍື້ອຣີໄຊເຄິນ ໃນນະຄອນຫຼວງວຽງຈັນ, ພວກເສດພລາສຕິກທີ່ຂາຍບໍ່ອອກກໍຍັງຖືກປະໄວ້ຢູ່ຈຸດເກົ່າ. ສິ່ງດັ່ງກ່າວຖືເປັນເຄື່ອງເຕືອນໃຈໄດ້ຢ່າງຊັດເຈນວ່າ ສິ່ງທີ່ຢູ່ເບື້ອງຫຼັງການຫາລືຖົກຖຽງກ່ຽວກັບນະໂຍບາຍລະດັບສາກົນນັ້ນຊໍ້າພັດແມ່ນ ປະຊາຊົນຕາດໍາໆ ເຊິ່ງກໍແມ່ນຜູ້ຄົນທີ່ກໍາລັງຄັດແຍກຂີ້ເຫຍື້ອດ້ວຍສອງມືຂອງພວກເຂົາ, ຜູ້ທີ່ມີລູກຫຼານເຊິ່ງກໍາລັງຫຼິ້ນ ແລະ ສູດດົມຝຸ່ນປົນເປື້ອນໄມໂຄຣພລາສຕິກ ທັງເປັນຜູ້ຄົນທີ່ພວມເພິ່ງພາວັດສະດຸທີ່ກໍາລັງທໍາລາຍສຸຂະພາບຂອງພວກເຂົາຢ່າງຊ້າໆ.

ໃນຂະນະທີ່ປະຊາຄົມໂລກກໍາລັງຖົກຖຽງກັນ ກ່ຽວກັບອະນາຄົດຂອງພລາສຕິກ ທີ່ເຈນີວາ ເຊິ່ງຈັດຂຶ້ນໃນເດືອນສິງຫານີ້, ອະນາຄົດໃນລາວກໍຖືກກໍານົດຂຶ້ນແລ້ວ ໂດຍທັງໝົດນີ້ສະແດງອອກຜ່ານຝ່າມືທີ່ເຕັມໄປດ້ວຍຮອຍແຕກແຫງຂອງບັນດານັກເກັບສະສົມພລາສຕິກ ແລະ ທາງເລືອກທີ່ບໍ່ສາມາດຫຼີກລ່ຽງໄດ້ ລະຫວ່າງ: ເພື່ອປາກທ້ອງໃນມື້ນີ້ ກັບສຸຂະພາບໃນມື້ອື່ນ.

ໂຄງການວຽງຈັນສີຂຽວ (Green Vientiane) ກໍາລັງບັນທຶກເລື່ອງລາວເຫຼົ່ານີ້ ພ້ອມທັງສະໜັບສະໜູນວິທີການແກ້ໄຂບັນຫາຂີ້ເຫຍື້ອ ເພື່ອປົກປ້ອງສຸຂະພາບຂອງຊຸມຊົນ ແລະ ສິ່ງແວດລ້ອມ. ຊື່ຂອງຜູ້ໃຫ້ສໍາພາດຖືກປ່ຽນມາເປັນ ນາມແຝງ ເພື່ອປົກປ້ອງຄວາມເປັນສ່ວນຕົວຂອງພວກເຂົາ.

ເຊີນເຂົ້າຮ່ວມເຮັດວຽກກັບພວກເຮົາເພື່ອຕໍ່ສູ້ກັບມົນລະພິດຈາກພລາສຕິກ #BeatingPlasticPollution: Green Vientiane on Facebook

ບົດຄວາມຫຼ້າສຸດ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....