spot_img
Homeຂ່າວພາຍ​ໃນແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

Published on

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025.

ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025 ກ່ຽວກັບແຈ້ງການ ປ່ອຍນ້ຳ ບໍລິສັດ ຫຸ້ນສ່ວນໄຟຟ້ານ້ຳຕົກ ພາກກາງ ( ເຄື່ອນໄຟຟ້າ ອາເລື່ອຍ )ໃນຄັ້ງວັນທີ 12 ມິຖຸນາ 2025.

ພະແນກ ແຮງງານ ແລະ ສະຫັວດດີການສັງຄົມ ແຂວງ ໃນນາມຮອງປະທານຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນແຂວງ ( ຜູ້ປະຈໍາການ ) ຂໍຖືເປັນກຽດ ແຈ້ງມາຍັງ ປະທານ ຄະນະກໍາມະການຄຸ້ມຄອງ ໄພພິບັດ ຂັ້ນເມືອງ 5 ເມືອງ ຊາບວ່າ ໃນວັນທີ 12 ມິຖຸນາ 2025 ນີ້ ທາງບໍລິສັດ ຫຸ້ນສ່ວນໄຟຟ້ານໍ້າຕົກ ພາກກາງ (ເຂື່ອນໄຟຟ້າ ອາເລື່ອຍ) ຈະໄດ້ມີການປ່ອຍນາ ໃນວັນທີ 12 ມີຖຸນາ 2025 ນີ້ ເຊິ່ງຄາດຄະເນປ່ອຍນໍ້າ ເຖິງ Boom3/ວິນາທີ ເຊິ່ງອາດເຮັດໃຫ້ປະລິມານນໍ້າມີການເພີ່ມຂື້ນຢ່າງກະທັນຫັນ ໃນບາງບ່ອນ, ບາງພື້ນທີ່ຕໍ່າ ເຊິ່ງອາດເຮັດໃຫ້ ມີນໍ້າຖ້ວມອັ່ງ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ຕາຝັ່ງເຈື່ອນ

ສະນັ້ນ, ພະແນກ ຮສສ ແຂວງ ໃນນາມຮອງປະທານ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຜູ້ປະຈໍາການ) ຈຶ່ງແຈ້ງການມາຍັງ ປະທານ ຄພມ 5 ເມືອງຊາບ ແລະ ແຈ້ງເຕືອນພໍ່ແມ່ປະຊາຊົນ ທີ່ອາໃສ່ຢູ່ ແຄມແມ່ນໍ້າລໍາເຊຕ່າງໆໃຫ້ຮັບຊາບຂໍ້ມູນຂ່າວສານ ແລະ ມີສະຕິລະວັງຕົວພ້ອມປ້ອງກັນ, ຮັບມືກັບເຫດການ ໄພພິບັດທີ່ອາດເກີດຂື້ນໃຫ້ທັນເວລາ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...