Homeຂ່າວຕ່າງປະເທດຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ

ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ

Published on

ສຸດເດືອດ! ເຈົ້າໜ້າທີ່ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ

ໃນວັນທີ 8 ມິຖຸນາ 2025 ຜ່ານມາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາງ ລໍເຣນ ໂທມາຊີ ນັກຂ່າວຊາວອົດສະຕຣາລີ ຊ່ອງ(9NEWS) ຖືກກະສຸນຍາງຍິງໃສ່ ໃນຂະນະກຳລັງລາຍງານຂ່າວສົດການປະທ້ວງ ທີ່ນະຄອນລອສແອນເຈີລິສ ສະຫະລັດອາເມລິກາ ໂດຍມີການຖ່າຍທອດສົດຂະນະຖືກຍິງອີກດ້ວຍ.

ສະຖານະການໃນນະຄອນລອສແອນເຈີລິສ ໄດ້ທະວີເພີ່ມຄວາມຮຸນແຮງຂຶ້ນເລື້ອຍໆ ຫຼັງຈາກປະຊາຊົນພາກັນອອກມາຕັ້ງຂະບວນປະທ້ວງຕໍ່ຕ້ານນະໂຍບາຍປາບປາມຜູ້ອົບພະຍົບຂອງປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດ ແລະ ປະທານາທິບໍດີ ທຣຳ ໄດ້ສົ່ງທະຫານຂອງລັດຖະບານກາງເຂົ້າຄວບຄຸມສະຖານະການ ຈົນເຮັດໃຫ້ເຫດການເລີ່ມທະວີຄວາມຮຸນແຮງຂຶ້ນ ເມື່ອ ໂດນັລ ທຣຳ ໄດ້ສົ່ງກອງກຳລັງພິທັກຊາດ 2,000 ຄົນເຂົ້າຄວບຄຸມສະຖານະການ.

ຕາມການລາຍງານລະບຸວ່າ: ລໍເຣນ ກຳລັງລາຍງານຂ່າວຕໍໜ້າກ້ອງທີ່ມີການຖ່າຍທອດສົດ ແລະ ໄດ້ຖືກກະສຸນຍາງຍິງໃສ່ບໍລິເວນຂາ ແຕ່ໂຊກດີທີ່ບໍ່ໄດ້ຮັບບາດເຈັບຫຼາຍ ທາງດ້ານຊ່ອງ 9NEWS ໄດ້ອອກຖະແຫຼງການເມື່ອວັນທີ 9 ມິຖຸນາ ລະວ່າ: ລຳເຣນ ແລະ ຊ່າງພາບ ທີ່ຖືກຍິງປອດໄພແລ້ວ ແລະພ້ອມຈະລາຍງານຂ່າວນີ້ຕໍ່ໄປ ເຊິ່ງ ລໍເຣນ ໄດ້ກ່າວວ່າ: ເຫດການດັ່ງກ່າວເປັນການເຕືອນໃຈຢ່າງຊັດເຈນເຖິງຄວາມອັນຕະລາຍທີ່ນັກຂ່າວປະເຊີນໃນຂະນະທີ່ລາຍງານຈາກແຖວຫນ້າຂອງການປະທ້ວງ ແລະ ເນັ້ນຫນັກເຖິງຄວາມສໍາຄັນຂອງບົດບາດຂອງພວກເຂົາໃນການສະຫນອງຂໍ້ມູນທີ່ສໍາຄັນ.

ແຫຼ່ງຂ່າວຈາກ: ມະຕິຊົນ ປະເທດໄທ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...