spot_img
Homeຂ່າວພາຍ​ໃນໂຄສົກກະຊວງການຕ່າງປະເທດ ສປປ ລາວ ຖະແຫລງຄວາມຍິນດີ ຕໍ່ການຟື້ນຟູຄວາມສຳພັນ ລະຫວ່າງ ສະຫະລັດອາເມຣິກາ ແລະ ກູບາ

ໂຄສົກກະຊວງການຕ່າງປະເທດ ສປປ ລາວ ຖະແຫລງຄວາມຍິນດີ ຕໍ່ການຟື້ນຟູຄວາມສຳພັນ ລະຫວ່າງ ສະຫະລັດອາເມຣິກາ ແລະ ກູບາ

Published on

index

ສປປ ລາວ ສະແດງ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ຕໍ່​ຄຳ​ຖະແຫຼງ​ຂອງປະທານາທິບໍດີ ຣາ​ອູນ ກັສ​ໂຕຣ ແຫ່ງກູ​ບາ ແລະ

ປະທານາທິບໍດີ​ອາເມລິກາ ບາ​ຣັກ ໂອ​ບາ​ມາ ທີ່​ຈະ​ຟື້ນ​ຟູ​ຄືນ​ສາຍ​ພົວພັນ​ທາງ​ການ​ທູດ ໃຫ້​ເປັນ​ປົກກະຕິ​ຢ່າງ​ເຕັມ

​ສ່ວນ ອັນ​ຈະ​ນຳ​ເອົາ​ຜົນ​ປະໂຫຍດ​ຮ່ວມ​ກັນ ມາສູ່​ປະຊາຊົນ​ຂອງ​ທັງ​ສອງ​ປະເທດ ກໍ່​ຄືເປັນ​ການ​ປະກອບສ່ວນ​ໃຫ້​

ແກ່​ພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ກັນ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

 

​ສປປ ລາວ ຖື​ວ່າຄຳ​ຖະແຫຼງ​ດັ່ງກ່າວ ເປັນ​ບາດກ້າວ​ຂອງ​ການ​ປ່ຽນແປງ​ທີ່​ສຳຄັນ ທີ່​ມີ​ລັກສະນະ​ປະຫວັດສາດ ເພື່ອ

​ກ້າວ​ສູ່​ການ​ຍົກເລີກ​ການ​ປິດ​ລ້ອມ​ທາງ​ດ້ານ​ເສດຖະກິດ​ຕໍ່ກູ​ບາ ທີ່​ໄດ້​ດຳເນີນ​ມາ​ກວ່າ 50 ປີ ເຊິ່ງ​ສອດຄ່ອງ​ກັບ​ຍັດ

ຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ ທີ່​ໄດ້​ຖືກ​ຮັບຮອງ​ເອົາ ໂດຍ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ໃນ​ແຕ່​ລະ​ປີທີ່ ​ສປປ ລາວ

ກໍ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ​ຕະຫຼອດ​ມາ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...