Homeຂ່າວກິລາຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

Published on

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ.

ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ ສປປ ລາວ ຂື້ນໃນຕອນບ່າຍຂອງ ວັນທີ 26 ພຶດສະພາ 2025 ຢູ່ທີ່ໂຮງຮຽນ ມັດທະຍົມບ້ານນາຄວາຍໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ,ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ, ທ່ານ ຊານຈີວານ ບາລາຊິນແກມ (Sanjeevan Balasingam) ຜູ້ອຳນວຍການຝ່າຍປະສານງານສະຫະພັນສະມາຊິກຂົງເຂດ ອາຊີ-ໂອເຊນີ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ.

ຈຸດປະສົງຂອງໂຄງການນີ້ແມ່ນເພື່ອໃຫ້ນ້ອງນັກຮຽນໄດ້ມີໂອກາດເຂົ້າເຖິງການຫຼີ້ນກິລາບານເຕະຂັ້ນພື້ນຖານຫຼາຍຂື້ນ ເຊິ່ງແມ່ນເປົ້າໝາຍສໍາຄັນໃນການສົ່ງເສີມ ແລະ ພັດທະນາກິລາບານເຕະຂັ້ນພື້ນຖານແບບຍືນຍົງຂອງ ຟີຟາ.

ສະຫະພັນບານເຕະນາໆຊາດ(FIFA) ໄດ້ຕັ້ງເປົ້າໝາຍທີ່ຈະສ້າງເດີ່ນບານເຕະຂະໜາດນ້ອຍຈໍານວນ 1.000 ເດີ່ນ ໃນໂຮງຮຽນທົ່ວໂລກ ໃນນັ້ນປະເທດລາວ ໄດ້ຖືກເລືອກໃຫ້ເປັນ 1 ໃນ 11 ປະເທດລິເລີ່ມໃນການຈັດຕັ້ງປະຕິບັດ ໂດຍຈະມີການກໍ່ສ້າງ 2 ເດີ່ນທີ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທີ່ໂຮງຮຽນມັດທະຍົມສົມບູນເວີນແຄນ ເມືອງມູນລະປະໂມກ ແຂວງຈໍາປາສັກ.

ຈາກນັ້ນກໍໄດ້ຊົມຄລິບວີດີໂອຄຳເຫັນຂອງ ທ່ານ ຈ່ານນີ ອິນຟານຕີໂນ (Gianni Infantino) ປະທານ ສະຫະພັນກິລາບານເຕະນາໆຊາດ (FIFA) ທີ່ໄດ້ສະແດງຄວາມຊົມເຊີຍມາຍັງສະຫະພັນບານເຕະແຫ່ງຊາດລາວທີ່ໄດ້ເປັນ 1 ໃນບັນດາ 11 ປະເທດສະມາຊິກລິເລີ່ມໂຄງການ ເດີ່ນເຕະບານ FIFA ARENA ແລະ ເປັນໂຄງການທີ່ຈະປ່ຽນແປງເດັກນ້ອຍອີກຫຼາຍລ້ານຄົນ ລວມທັງເດັກນ້ອຍຍິງ ແລະ ຊາຍທີ່ມີຄວາມປາດຖະໜາຢາກຫຼິ້ນກິລາບານເຕະ ແລະ ມີສິດເທົ່າທຽມກັນທີ່ຈະໄດ້ຮັບໂອກາດນັ້ນ.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ຂຶ້ນປະກອບຄຳເຫັນ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ ໂຄງການນີ້ແມ່ນຈະສ້າງໂອກາດໃຫ້ນ້ອງນັກຮຽນມີເດີ່ນເພື່ອເປັນບ່ອນຝຶກແອບ, ເຂົ້າເຖິງກິລາບານເຕະໄດ້ຫຼາຍຂຶ້ນ ແລະ ຫ່າງໄກຈາກຢາເສບຕິດ. ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍເອົາໃຈໃສ່ໃນການສ້າງແຜນການ ແລະ ແຜນງົບປະມານ ເພື່ອນໍາໃຊ້ເຂົ້າໃນວຽກພັດທະນາກິລາບານເຕະຂັ້ນພື້ນຖານໃຫ້ແກ່ເຍົາວະຊົນທຸກລຸ້ນ.

ພາບ-ຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...