spot_img
Homeຂ່າວຕ່າງປະເທດຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

Published on

ໄພສັງຄົມ! ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​ຄາດ​ວ່າ​ມີ​ຜູ້​ໂດຍສານ​ຍິງຖືກຂົ່ມຂືນກວ່າ 50 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫຼວດປະເທດຍີ່ປຸ່ນໄດ້ໃຫ້ຖະແຫຼງການວ່າ ສາມາດຈັບຊາຍຜູ້ຖືກຫາໃນຄະດີຂົ່ມຂືນ ຊື່ວ່າ: ທ້າວ ຊາໂຕຊິ ທານາກະ ອາຍຸ 54 ປີ, ອະດີດຄົນຂັບລົດແທັກຊີ ໂດຍຕົກເປັນຜູ້ຖືກຫາ ຂົ່ມຂືນຜູ້ໂດຍສານຍິງທີ່ອາຍຸຕໍ່າກວ່າ 20 ປິີ, ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງເດືອນກໍລະກົດ 2024 ເຊິ່ງຜູ້ກໍ່ເຫດເຄີຍຖືກຈັບເຖິງ 2 ຄັ້ງ ທຳອິດແມ່ນຖືກສົງໃສວ່າມອມຢາ ແລະ ລັກເງິກ ຕໍ່ມາຖືກຈັບອີກຄັ້ງໃນຄະດີຂົ່ມຂືນຜູ້ໂດຍສານ.

ສື່​​ຍີ່ປຸ່ນ​ລາຍ​ງານ​ວ່າ ຕຳຫຼວດ​ໄດ້​ພົບ​ເຫັນຮ່ອງ​ຮອຍ​ຢາ​ນອນ​ຫລັບ​ຢູ່​ໃນ​ຜົມ​ຂອງ​ຜູ້​ເຄາະ​ຮ້າຍ. ຈຶ່ງສັນນິຖານວ່າ ທານາກະ ໄດ້ລັກລອບມອມຢາໃຫ້ກັບຜູ້ໂດຍສານໃນລົດແທັກຊີ້(ສ່ວນຫຼາຍແມ່ນເມົາ) ພາຍຫຼັງຜູ້ເຄາະຮ້າຍເສຍສະຕິແລ້ວ ຜູ້ກ່ຽວຈຶ່ງພາໂຕໄປເຮືອນຂອງຕົນເອງ ແລ້ວກໍໄດ້ລ່ວງລະເມີດທາງເພດ ແລະ ບັນທຶກຄິບໄວ້ໃນໂທລະສັບ ຕຳຫຼວດ​ຍັງ​ໄດ້​ພົບ​ເຫັນ​ຄິບ ​ແລະ ​ຮູບ​ຖ່າຍ​ປະມານ 3.000 ຄິບ​ຢູ່​ໃນ​ໂທລະສັບ​ມື​ຖື ເຊິ່ງແມ່ນຄິບລ່ວງລະເມີດທາງເພດ ເຈົ້າໜ້າທີ່ຄາດວ່າເປັນຄິບຂອງ ທານະກະ ກັບຜູ້ທີ່ໂດຍສານ.

ໂດຍ​ເລີ່ມກໍເຫດຖ່າຍຄິບຕັ້ງ​ແຕ່​ປີ 2008 ​ ​ໂດຍເຊື່ອ​ກັນ​ວ່າມີຜູ້ໂດຍສານ​​ຍິງ​ 50 ກວ່າ​ຄົນ​ທີ່ຖືກຂົ່ມຂືນ. ຕຳຫຼວດ​ໄດ້ຕັ້ງຂໍ້ຫາ​ລ່ວງລະເມິດ​ທາງ​ເພດ ແລະ ​ໄດ້​ບັນທຶກ​ວິ​ດີ​ໂອ​ອານາຈານ ເຊິ່ງລາວປະຕິເສດທຸກຂໍ້ກ່າວຫາຂອງຕໍາຫຼວດໂດຍ​ອ້າງ​ວ່າ​ລາວ​ຈື່​​ບໍ່​ໄດ້.

ແຫຼ່ງທີ່ມາ: Top news

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...