spot_img
Homeຂ່າວການພັດທະນາພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

Published on

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ 14 ພຶດສະພາ​ນີ້, ກະຊວງ​ການ​ເງິນ ​ແລະ ກົມ​ພາສີ​ລາວ ​ໄດ້​ສົມທົບ​ກັບ ຫ້ອງການຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ (INL), ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ​ແລະ ອົງການ​ສະຫະ​ປະຊາ​ຊາດເພື່ອບໍລິຫານໂຄງການ (UNOPS), ​ໄດ້​ຈັດ​ພິທີວາງສີລາລຶກ​ ​ເພື່ອ​ເປັນ​ຂີດ​ໝາຍ​ການ​ເລີ່​ມລົງມື​ກໍ່ສ້າງ​ສຳນັກງານ​ໃຫຍ່ ​ແລະ ສະຖານທີ່​ຝຶກ​ອົບຮົມແຫ່ງ​ໃໝ່​ຂອງ ກົມ​ພາສີ​ລາວ.

ໂຄງການມູນຄ່າ 8 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນຈາກສະຫະລັດອາເມຣິກາ ແລະ ຈັດຕັ້ງປະຕິບັດໂດຍ ອົງການ​ສະຫະ​ປະຊາ​ຊາດເພື່ອບໍລິຫານໂຄງການ, ເປັນຂີດໝາຍອັນຫລ້າສຸດຂອງການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ເພື່ອສ້າງຄວາມເຂັ້ມແຂງດ້ານການບັງຄັບໃຊ້ກົດໝາຍ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາຍແດນ.

ພິທີໄດ້ຖືກໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ; ຫົວໜ້າກົມພາສີ ທ່ານ ພູເຂົາຄໍາ ວັນນະວົງໄຊ; ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ ທ່ານນາງ ແຮັດເຕີ ວາເຣຍອາວາ (Heather Variava); ທ່ານ ບັກໂຄເດຍ ເບີຄານອບ (Bakhodir Burkhanov), ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ; ທ່ານນາງ ຊາມີນາ ຄາດວານິ (Samina Kadwani) ຜູ້ອໍານວຍການພາກພື້ນຂອງ UNOPS, ແລະ ເຈົ້າຫນ້າທີ່ອື່ນໆ.

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ກ່າວວ່າ “ໂຄງການນີ້ໄດ້ຖືກສ້າງຂຶ້ນມາຫຼາຍປີແລ້ວ ແລະ ຂ້າພະເຈົ້າຮູ້ສຶກຍິນດີທີ່ໄດ້ມາຊ່ວຍເປີດພິທີການກໍ່ສ້າງຢ່າງເປັນທາງການ.” “ການຮ່ວມມືລະຫວ່າງ ສະຖານທູດສະຫະລັດອາເມຣິກາ ແລະ ກົມພາສີລາວເປັນຫນຶ່ງໃນການຮ່ວມມືທີ່ເຂັ້ມແຂງທີ່ສຸດຂອງພວກເຮົາ, ແລະ ມື້ນີ້ເປັນຕົວຢ່າງທີ່ຊັດເຈນທີ່ພວກເຮົາສາມາດບັນລຸໄດ້ຮ່ວມກັນ.”

ສະຖານທີ່ໃໝ່ນີ້ຈະຊ່ວຍເພີ່ມຂີດຄວາມສາມາດຂອງ ກົມພາສີລາວໃນການປະຕິບັດງານ ແລະ ການຝຶກອົບຮົມ, ເຮັດໃຫ້ເຈົ້າໜ້າທີ່ສາມາດຮັບມືກັບອາຊະຍາກຳຂ້າມຊາດໄດ້ດີຂຶ້ນ, ລວມທັງການລັກລອບຂົນສົ່ງຢາເສບຕິດ, ການລັກລອບສັດປ່າ, ການຂົນຍ້າຍເງິນຈຳນວນຫຼາຍ, ແລະ ການລັກລອບສານຕັ້ງຕົ້ນ.

ສະຖານທີ່ໃໝ່ແຫ່ງນີ້ ແມ່ນສືບເນື່ອງຈາກ ການສຳເລັດການກໍ່ສ້າງສາງພາສີ ສອງແຫ່ງ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫລວງນໍ້າທາ, ທີ່ຈະຊ່ວຍໃຫ້ແນ່ໃຈວ່າຂອງກາງຜິດກົດໝາຍທີ່ຖືກຍຶດໄດ້ ແມ່ນຖືກເກັບຮັກສາຢ່າງປອດໄພ ແລະ ຈັດການຢ່າງຖືກຕ້ອງ.

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ໄດ້ເນັ້ນອິກວ່າ ສະຖານທີ່ດັ່ງກ່າວບໍ່ພຽງແຕ່ເປັນບັນທັດຖານອັນສຳຄັນໃນການບັງຄັບໃຊ້ວຽກງານຕົວຈິງເທົ່ານັ້ນ, ແຕ່ຍັງແມ່ນສັນຍາລັກຂອງສາຍພົວພັນການຮ່ວມມື ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ທ່ານ ເອກອັກຄະລັດທະທູດກ່າວວ່າ “ການຮ່ວມມືໃນຄັ້ງນີ້ມີຄວາມສຳຄັນຫຼາຍທີ່ສຸດ, ເພາະພວກເຮົາເຮັດວຽກຮ່ວມກັນເພື່ອຮັບມືກັບການດຳເນີນການອັນສະຫລັບສັບຊ້ອນຂອງອາດຊະຍາກຳຂ້າມຊາຍແດນ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ.”

ຈຸດສຸມທີ່ສຳຄັນຂອງ ການຮ່ວມມືໃນຂະແໜງການຍຸຕິທຳລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ແມ່ນການເສີມຂະຫຍາຍຄວາມອາດສາມາດໃຫ້ແກ່ ສປປ ລາວ ໃນວຽກງານຕ້ານການຟອກເງິນ ເພື່ອເປັນການສົ່ງເສີມຄວາມພະຍາຍາມໃນການປະຕິບັດຕາມຄຳແນະນຳຂອງອົງການຕ້ານການຟອກເງິນສາກົນ (FATF)  ແລະ ເພື່ອໃຫ້ຫຼຸດພົ້ນອອກຈາກບັນຊີສີເທົາ ຂອງ FATF. ທ່ານເອກອັກຄະລັດຖະທູດ ໄດ້ກ່າວຕື່ມອິກວ່າ “ການປັບປຸງການຄວບຄຸມການຕ້ານການຟອກເງິນແມ່ນມີຄວາມຈໍາເປັນ ບໍ່ພຽງແຕ່ໃຫ້ສອດຄ່ອງກັບ FATF ເທົ່ານັ້ນ, ແຕ່ເພື່ອຍັງເປັນການເພີ່ມທະວີລະບົບການເງິນຂອງ ສປປ ລາວ ໃຫ້ສົມບູນແບບຍິ່ງຂື້ນເພື່ອທີ່ຈະດຶງດູດນັກລົງທຶນທີ່ໂປ່ງໃສຈາກຕ່າງປະເທດ ແລະ ສ້າງຄວາມເຊື່ອຫມັ້ນໃຫ້ແກ່ມວນຊົນ.

ເຈົ້າຫນ້າທີພາສີໄດ້ເຮັດບົດບາດອັນສຳຄັນໃນການລະບຸຊອກຫາການລັກລອບທາງດ້ານການໄຫຼວຽນທີ່ຜິດກົດໝາຍທາງດ້ານການເງິນ ແລະ ສະໜັບສະໜູນວຽກງານການສຶບສວນສອບສວນ. ສຳນັກງານໃຫມ່ແຫ່ງນີ້ ແລະ ການຂະຫຍາຍໂອກາດດ້ານການຝຶກອົບຮົມຈະຊ່ວຍປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃນຕໍ່ຫນ້າໃຫ້ແກ່ອົງກອນເພື່ອໃຫ້ບັນລຸເປົ້າໝາຍຕໍ່ກັບຫນ້າທີ່ຮັບຜິດທີ່ໄດ້ກຳນົດໄວ້.

ທ່ານເອກອັກຄະລັດຖະທູດ ວາເຣຍອາວາ ຍັງໄດ້ຍົກໃຫ້ເຫັນຄວາມຮີບດ່ວນຮ່ວມກັນໃນການປາບປາມຂະບວນການໂຈນລະກຳ ຂ້າມຊາດທາງອິນເຕີເນັດ, ເຊິ່ງໄດ້ຫຼອກລວງພົນລະເມືອງອາເມຣິກາໄປແລ້ວຫຼາຍກວ່າ 10 ຕື້ ໂດລາສະຫະລັດ ພາຍໃນປີ 2024. “ການແກ້ໄຂບັນຫາຕໍ່ກັບສູນໂຈນລະກຳທາງອິນເຕີເນັດຢ່າງຈິງຈັງແມ່ນເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງປະເທດຂອງພວກເຮົາ. ຍັງເປັນການຊ່ວຍປົກປ້ອງອະທິປະໄຕຂອງ ສປປ ລາວ,  ປົກປ້ອງສິດທິມະນຸດ ແລະ ຍັງເປັນການປ້ອງກັນອາດຊະຍາກຳທາງການເງິນທີ່ສົ່ງຜົນກະທົບໂດຍກົງຕໍ່ພົນລະເມືອງ, ຄອບຄົວ ໃນສະຫະລັດອາເມລິກາ ແລະ ໃນທົ່ວໂລກນຳອິກ.”

ໃນຕອນທ້າຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ວາເຣຍອາວາ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ ຂອງ ສປປ ລາວ ແລະ ສະຫະລັດອາເມຣິກາ. “ການຮ່ວມມືໃນຄັ້ງນີ້ຖືເປັນຂີດໝາຍສຳຄັນຂອງສາຍພົວພັນສອງຝ່າຍ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ພວກເຮົາຫວັງຢ່າງຍິ່ງທີ່ຈະສ້າງຂີດໝາຍອັນສຳຄັນຂອງມື້ນີ້  ແລະ ສືບຕໍ່ປະຕິບັດຫນ້າໃນອະນາຄົດທີ່ປອດໄພ ແລະ ໝັ້ນຄົງສຳລັບທຸກໆຄົນ.”

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...