Homeຂ່າວຕ່າງປະເທດນັກບິນຂອງສາຍການບິນ ຍູໄນເຕັດ ແອລາຍ ລືມພາສປອດຕ້ອງໄດ້ບິນວົນກັບໄປເອົາ

ນັກບິນຂອງສາຍການບິນ ຍູໄນເຕັດ ແອລາຍ ລືມພາສປອດຕ້ອງໄດ້ບິນວົນກັບໄປເອົາ

Published on

ນັກບິນຂອງສາຍການບິນ ຍູໄນເຕັດ ແອລາຍ ລືມພາສປອດຕ້ອງບິນວົນກັບໄປເອົາພາຍຫຼັງເດີນທາງໄດ້ 2 ຊົ່ວໂມງ

ສຳນັກຂ່າວ CNN ລາຍງານໃນວັນທີ 25 ມີນາ 2025, ເຮືອບິນໂດຍສານຂອງສາຍການບິນ ຍູໄນເຕັດ ແອລາຍ (United Airlines) ທີ່ກຳລັງເດີນທາງຈາກ ນະຄອນລອສແອນເຈີລິສ ຂອງສະຫະລັດ ໄປ ນະຄອນຊຽງໄຮ້ ຂອງຈີນ ຕ້ອງໄດ້ບິນວົນກັບໄປລົງຈອດທີ່ສະໜາມບິນຊານຟານຊິສໂກ ຫຼັງຈາກບິນໄດ້ປະມານ 2 ຊົ່ວໂມງແລ້ວພົບວ່ານັກບິນຄົນໜຶ່ງລືມພາສປອດ.

ຂໍ້ມູນຈາກເວັບໄຊ້ FlightAware ລະບຸວ່າ: ຖ້ຽວບິນທີ 198 ອອກເດີນທາງຈາກສະໜາມບິນນາໆຊາດ ລອສແອນເຈີລິສ ເມື່ອເວລາປະມານ 14:00 ໂມງຂອງວັນເສົາທີ 22 ມີນາ 2025 ຜ່ານມາ, ເຊິ່ງຖ້ຽວບິນດັ່ງກ່າວມີຜູ້ໂດຍສານ 257 ຄົນ ແລະ ລູກເຮືອ 13 ຄົນມຸ່ງໜ້າເດີນທາງໄປ ສປ ຈີນ ຫຼັງຈາກໄດ້ປະມານ 2 ຊົ່ວໂມງ ເຮັດໃຫ້ຖ້ຽວບິນຕ້ອງປ່ຽນເສັ້ນທາງກັບ ແລະ ລົງຈອດທີ່ສະນາມບິນຊານຟານຊີສໂກ ໃນເວລາ 17:00 ໂມງ.

ສາຍການບິນ ຍູໄນເຕັດ ແອລາຍ ອອກຖະແຫຼງການລະບຸວ່າ ນັກບິນບໍ່ມີພາສສປອດຢູ່ເທິງເຮືອບິນເຮັດໃຫ້ທາງສາຍການບິນຕ້ອງໄດ້ກັບໄປຈັດກຽມລູກເຮືອຊຸດໃໝ່ເພື່ອພາຜູ້ໂດຍເດີນທາງໄປຫາຈຸດໝາຍປາຍທາງໃນຄືນນັ້ນ ພ້ອມທັງມອບຄູປ໋ອງອາຫານ ແລະ ຄ່າຊົດເຊີຍໃຫ້ກັບລູກຄ້າ ແຕ່ສຸດທ້າຍກໍສາມາດເດີນທາງເຖິງທີ່ໝາຍໄດ້ຢ່າງປອດໄພ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...