Homeຂ່າວຕ່າງປະເທດກູ້ໄພຫວຽດນາມ ຊ່ວຍ 12 ຄົນ ຕິດຢູ່ໃນອຸໂມງຖະຫລົ່ມ ອອກມາໄດ້ ຢ່າງປອດໄພແລ້ວ

ກູ້ໄພຫວຽດນາມ ຊ່ວຍ 12 ຄົນ ຕິດຢູ່ໃນອຸໂມງຖະຫລົ່ມ ອອກມາໄດ້ ຢ່າງປອດໄພແລ້ວ

Published on

557000015079803

 

ກຳມະກອນຫວຽດນາມ 12 ຄົນ ທີ່ຕິດຢູ່ພາຍໃນອຸໂມງຖະຫລົ່ມຢູ່ແຂວງເລີມດົ່ງ ທາງພາກກາງຂອງປະເທດ ໄດ້ຮັບການ

ຊ່ວຍເຫລືອອອກມາພາຍນອກຢ່າງປອດໄພແລ້ວ ຫລັງຕິດຢູ່ດົນເຖິງ 4 ມື້.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 19 ທັນວາຜ່ານມານີ້ວ່າ ກຳມະກອນທັງ 12 ຄົນ ທີ່ຕິດຢູ່ພາຍໃນອຸໂມງນັ້ນ ໄດ້

ຮັບການຊ່ວຍເຫລືອຈາກເຈົ້າໜ້າທີ່ກູ້ໄພ ອອກມາຢ່າງປອດໄພແລ້ວ ພາຍຫລັງທີ່ເອົາຊີວິດລອດຢູ່ພາຍໃນອຸໂມງດົນເຖິງ

4 ມື້ ດ້ວຍການຊ່ວຍເຫລືອປ້ຳອົກຊີເຢັນ ແລະ ສົ່ງອາຫານເຂົ້າໄປໃຫ້ຜ່ານທາງທໍ່ນ້ອຍໆ, ປັດຈຸບັນທີມກູ້ໄພກຳລັງຮື້ຖອນ

ເສດຊາກຫັກພັງຂອງອຸໂມງແລ້ວ.

 

557000015079802

557000015079804

557000015079805

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...