Homeຂ່າວພາຍ​ໃນລາຄານ້ຳມັນ ແອັດ​ຊັງທຳມະດາ ຫລຸດ​ລົງອີກ 220 ກີບ

ລາຄານ້ຳມັນ ແອັດ​ຊັງທຳມະດາ ຫລຸດ​ລົງອີກ 220 ກີບ

Published on

cc4e99d857a9f6817fbac1a215b70295

 

ວັນ​ທີ 18 ທັນ­ວາ​ນີ້ ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໄດ້​ແຈ້ງການ​ເຖິງ​ບັນ­ດາ​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ​ໄຟໃຫ້​ປັບ​ລົງ​ລາ­ຄາ​

ນ້ຳ­ມັນ​ຂາຍ­ຍ່ອຍ​ໜ້າປ້ຳ​ໃນ​ທົ່ວ​ປະ­ເທດ ​ເປັນ​ໄປ​ຕາມ​ກົນ​ໄກການ​ຊື້-ຂາຍ​ຢູ່​ຕະ­ຫຼາດ​ໂລກ​ໃນ​ປະ­ຈຸ​ບັນ ທີ່​ມີ​ການ​ປ່ຽນ­ແປງ​

ນັບ​ແຕ່​ເວ­ລາ 14:00 ໂມງ ຂອງ​ວັນ​ທີ 19 ທັນ­ວາ 2014 ເປັນຕົ້ນ​ໄປ ຊຶ່ງ​ແອັດ​ຊັງ​ທຳ​ມະ​ດາ​ທີ່​ນິ­ຍົມ​ຊົມໃຊ້​ຫຼາຍ​ລົງ​ເຖິງ 220

ກີບ ຈະ​ສາ­ມາດປະ­ຢັດ​ເງິນ​ໃນ​ຖົງ​ໄດ້​ພໍ​ສົມ­ຄວນ.

 

ການ​ປັບ​ຄັ້ງ​ນີ້​ສະ­ເພາະ​ລາ­ຄາ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ແອັດ​ຊັງ​ທຳ​ມະ​ດາ​ຢູ່ 9.240 ກີບ ລົງ 220 ກີບ ຖ້າ​ທຽບ­ໃສ່ຄັ້ງ​ຜ່ານ​ມາ

ແລະ ລາ­ຄາ​ກາ​ຊວນ​ແມ່ນຫຼຸດ​ລົງ 180 ກີບ ມາ​ເປັນ 8.240 ກີບ, ແອັດ​ຊັງ​ພິ­ເສດ​ລິດ​ລະ 10.540 ລົງ 250 ກີບ ແຕ່​ຖ້າ​ສົມ​

ທຽບ​ອັດ­ຕາ​ການປັບ​ຫຼຸດ​ລົງ​ທີ່​ດຳ­ເນີນ​ຕິດ­ຕໍ່​ກັນ​ເຖິງ 8 ຄັ້ງ ນັບ​ແຕ່​ເດືອນ​ກໍ­ລະ­ກົດ​ເປັນ­ຕົ້ນ​ມາ­ລາ​ຄາແອັດ​ຊັງ​ພິ­ເສດ​ຫຼຸດ

​ລົງເຖິງ 1.030 ກີບ​ຕໍ່​ລິດ, ແອັດ​ຊັງທຳ​ມະ​ດາ​ລົງ 980 ກີບ ແລະ ກາ​ຊວນ 830 ກີບ​ຕໍ່​ໜຶ່ງ​ລິດ ເມື່ອ​ທຽບ​ກັບ​ຄ່າ​ໃຊ້​ຈ່າຍ​ສຳ­

ລັບ​ຊື້​ນ້ຳ­ມັນ​ຕໍ່​ເດືອນ​ຂອງແຕ່­ລະ­ຄົນ​ ແມ່ນ​ສາ­ມາດ​ປະ­ຢັດ​ເງິນ​ໃນ​ກະ​ເປົ໋າ​ໄດ້​ຫຼາຍ​ລະ­ດັບ​ໜ້າ​ພໍ­ໃຈ ທັງ​ນີ້ ກໍ​ຍ້ອນ​ລາ­ຄາ​ນ້ຳ

­ມັນ​ແມ່ນ​ລັດຖະ​ບານ​ເປັນ​ຜູ້​ຄຸ້ມ​ຄອງ​ໂດຍ​ກົງ ໂດຍ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເປັນ​ຜູ້ຕິດ­ຕາມ​ກວດ­ກາ​ການ­ຈັດ­

ຕັ້ງ​ປະ­ຕິ­ບັດຢ່າງ​ເປັນ​ເອ­ກະ​ພາບ ​ໃນ​ທົ່ວ​ປະ­ເທດ​ຕ່າງ ແຕ່​ການ​ຫຼຸດ​ລື່ນ​ກັນ​ຂອງ​ແຂວງ​ຕ່າງໆ​ທີ່ຕ້ອງ​ຄິດ­ໄລ່​ຕາມ​ອັດ­ຕາ​ຄ່າ​

ຂົນ­ສົ່ງ.

 

ສຳ­ລັບ​ເທື່ອ​ນີ້​ລາ­ຄາ​ນ້ຳ­ມັນ​ແອັດ​ຊັງ ພິ­ເສດ​ຢູ່​ແຂວງ​ຄຳ​ມ່ວນ​ກຳ­ນົດ​ໄວ້ 10.540 ກີບ​ຕໍ່​ລິດ, ທຳ​ມະ​ດາ 9.270 ກີບ, ກາ​ຊວນ

8.270 ກີບ, ແຂວງ​ສະ ຫວັນ​ນະ​ເຂດ​ແອັດ​ຊັງ​ພິ­ເສດ 10.660 ກີບ, ທຳ​ມະ​ດາ 9.270 ກີບ ແລະ ກາ​ຊວນລິດ​ໜຶ່ງ 8.260 ກີບ

ແລະ ແຂວງ​ຈຳ­ປາສັກ​ແອັດ​ຊັງ​ພິ­ເສດ 10.660 ກີບ, ແອັດ​ຊັງທຳ​ມະ​ດາ, ລາ­ຄາ​ກາ​ຊວນ​ແມ່ນ​ຢູ່ 9.270 ກີບ ແລະ 8.300 ກີບ​

 

ກີບ​ຕາມ​ລຳ­ດັບ.

 

ສ່ວນ​ພາກ​ເໜືອ ແຂວງ​ບໍ່​ແກ້ວ​ແອັດ ຊັງ​ລິດ​ລະ 9.350 ກີບ, ກາ​ຊວນ 8.340 ກີບ ແລະ ແຂວງ​ຊຽງ​ຂວາງ​ແມ່ນ 9.470 ກີບ

ສຳ­ລັບ​ນ້ຳ­ມັນ​ແອັດ​ຊັງ, ກາຊວນ 8.480 ກີບ​ຕໍ່​ລິດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...