Homeຂ່າວທ້ອງຖິ່ນຮືຮາ ຄົ້ນພົບວັດຖຸບູຮານ ທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

ຮືຮາ ຄົ້ນພົບວັດຖຸບູຮານ ທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

Published on

ປະຊາຊົນຂຸດພົບວັດຖຸເກົ່າແກ່ຫຼາຍຢ່າງທີ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

ໃນວັນທີ 4 ມີນາ 2025 ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງອຸທຸມພອນ ຮ່ວມກັບຂະແໜງວັດທະນະທຳແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຂຸດຄົ້ນຈຸດທີ່ມີລັກສະນະຄ້າຍຄືວັດຖຸບູຮານ.

ຜ່ານການຂຸດຄົ້ນຕົວຈິງໃນເບື້ອງຕົ້ນເຫັນວ່າ ວັດຖຸດັ່ງກ່າວມີລັກສະນະຄ້າຍຄືໃບເສມາຈຳນວນ 01 ໃບ, ເສົາເສມາໃຫຍ່ ແລະ ນ້ອຍຈຳນວນ 09 ຕົ້ນ ແລະ ວັດຖຸທີ່ເປັນຊິ້ນສ່ວນເງິນລາດຈຳນວນ 35 ຊິ້ນ, ຊິ້ນສ່ວນຫີນ 01 ອັນ, ຊິ້ນສ່ວນຕະປູ 01 ອັນ, ຊິ້ນສ່ວນບິ້ງຖ້ວຍ 01 ອັນ ແລະ ຄຸດຫີນ 01 ອັນ, ຢູ່ທີ່ດິນນາຂອງ ນາງ ເລາະ, ອາຍຸ 50 ປີ, ປະຊາຊົນບ້ານໂນນອຸດົມ
ຕາມການບອກເລົ່າຂອງນາງເລາະ ເຈົ້າຂອງດິນນາ ໃຫ້ຮູ້ວ່າ: ຕາມການບອກເລົ່າມາຫຼາຍເຊັ່ນຄົນ ກໍ່ເຄີຍເລົ່າຂານກັນມາວ່າສະຖານທີ່ດັ່ງກ່າວເຄີຍມີບ້ານຮ້າງ ແລະ ວັດຮ້າງ ໂດຍສະເພາະໃນຂອບເຂດດິນນາຂອງຕົນ ສົງໄສໜ້າຈະເປັນວັດຮ້າງ ບ່ອນ ທີ່ຕັ້ງສິມມາກ່ອນ ຈິ່ງພົບເຫັນລັກສະນະຄ້າຍຄືວັດຖຸບູຮານ ບໍ່ວ່າຈະເປັນໃບເສມາ, ເສົາເສມາໃຫຍ່ ແລະ ນ້ອຍ, ຊິ້ນສ່ວນເງິນລາດ, ຄຸດຫີນ ແລະ ອຶ່ນໆ ໃນບໍລິເວນນີ້.
ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...