spot_img
Homeຂ່າວການພັດທະນາໂຄງ­ການ ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ​ຄືບ​ໜ້າ​ເກືອບ 93%

ໂຄງ­ການ ​ໄຟ­ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ​ຄືບ​ໜ້າ​ເກືອບ 93%

Published on

1624e32f64a2cb5d615a166a29811a42

 

ການ​ກໍ່­ສ້າງ​ໂຄງ­ການ​ໄຟ­ຟ້າພະ­ລັງ­ງານ​ຄວາມ​ຮ້ອນ​ຫົງ​ສາ ແຂວງໄຊ​ຍະ​ບູ​ລີ ມາ​ຮອດ​ຂະ­ນະ​ນີ້​ໄດ້​ສຳ​ແລ້ວເກືອບ 93% ໃນ​ຈຳ­

ນວນ 6 ໜ້າ​ວຽກທີ່​ໄດ້​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ ໂດຍ​ຄາດ​ວ່າ ໃນ​ລະ­ຫວ່າງ​ກາງ​ປີ­ໜ້າ​ຈະ​ໃຫ້​ໄດ້​ເດີນເຄື່ອງ​ທຳ​ການ​ຜະ­ລິດ​ກະ­ແສ

​ໄຟ​ ໜ່ວຍທຳ​ອິດ, ໜ່ວຍ​ທີ 2 ໃນ​ທ້າຍ​ປີ​ດຽວ​ກັນ ແລະ ໜ່ວຍ​ທີ 3 ໃນ​ຕົ້ນ​ປີ​ຕໍ່​ໄປ ທີ່​ມີ​ກຳລັງ​ການ​ຜະ­ລິດ​ລວມ​ເກືອບ 2 ພັນ

​ເມກາ​ວັດ.

 

ເມື່ອ​ວັນ​ທີ 17 ທັນ­ວາ 2014 ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງ​ເຄື່ອນ​ໄຫວ

ແລະ ເຮັດ​ວຽກ​ຢູ່​ເມືອງ​ຫົງ​ສາ ໂດຍ​ມີ ທ່ານ ຍັນ​ຍົງ ສີ​ປະ­ເສີດ ຮອງ ເຈົ້າ­ແຂວງໆໄຊ​ຍະ​ບູ​ລີ, ທ່ານ​ເຈົ້າ­ເມືອງ​ຫົງ​ສາ, ຜູ້ຕາງ­

ໜ້າ​ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ​ຈຳ­ກັດ, ມີ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ຂອງ​ເມືອງ ພ້ອມດ້ວຍ​ນາຍ­ບ້ານ​ເຂດ​ເທ­ສະ​ບານ​ເມືອງໃຫ້­ການ​

ຕ້ອນ­ຮັບ​ຢ່າງ​ພ້ອມ­ພຽງ.

 

ໂອ­ກາດ​ດັ່ງ­ກ່າວ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ພ້ອມ​ດ້ວຍ​ຄະ­ນະ​ໄດ້​ໄປຢ້ຽມ­ຢາມ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ ການ​ໄຟ­

ຟ້າ​ພະ­ລັງ­ງານ​ຄວາມ​ຮ້ອນ​ຫົງສາ ຊຶ່ງ​ໃຫ້​ກຽດ​ກ່າວ​ຕ້ອນ­ຮັບ​ໂດຍ ທ່ານ ທະ­ນະ​ວັດ ນຸ​ກູນ​ການ ປະ­ທານ​ທີ່ປຶກ­ສາ​ບໍ­ລິ­ສັດ​ໄຟ

­ຟ້າ​ຫົງ​ສາ ​ຈຳ­ກັດ ພ້ອມທັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບໜ້າ​ຂອງ​ໂຄງ­ການ ຊຶ່ງ​ມາ​ຮອດ​ປະ­ຈຸບັນ​ນີ້​ການ​ກໍ່­ສ້າງ​ໂຮງ​

ໄຟ­ຟ້າ, ລະ­ບົບ ການ​ຈັດ­ການ​ຂີ້­ເທົ່າ ແລະ ຢິບ​ຊຳ, ວຽກສາຍ​ສົ່ງ ແລະ ສະ­ຖາ­ນີ​ຈ່າຍ​ໄຟ­ຟ້າ, ວຽກງານ​ບໍ່​ຖ່ານ​ຫີນ, ວຽກ​ພື້ນ

­ຖານ​ໂຄງລ່າງ ແລະ ວຽກ​ພັດ­ທະ­ນາ​ສັງ­ຄົມ​ສຳເລັດ​ແລ້ວ​ທັງ​ໝົດ​ເກືອບ 93% ແຕ່​ເມື່ອທຽບ­ໃສ່​ແຜນ­ການ​ທີ່​ທາງ​ບໍ­ລິ­ສັດ​

ດັ່ງກ່າວ​ໄດ້​ວາງ​ໄວ້​ແມ່ນ​ ຫຼຸດ​ແຜນ 2,3%.

 

ຢ່າງ­ໃດ​ກໍ​ຕາມ ບໍ­ລິ­ສັດ​ໄຟ­ຟ້າ​ຫົງ​ສາ ກໍ​ຈະ​ສ້າງ​ໃຫ້​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ຄາດ­ໝາຍ​ໄວ້ ແລະ ຈະ​ໃຫ້​ໄດ້​ຜະ­ລິດກະ­ແສ​ໄຟ

­ຟ້າ​ໜ່ວຍ​ທີ 1 ໃນ​ເດືອນ​ມິ­ຖຸ­ນາ, ໜ່ວຍ​ທີ 2 ໃນ​ເດືອນ​ພະ­ຈິກ​ປີ 2015 ແລະ ໜ່ວຍ​ທີ 3 ເດືອນ​ມີ­ນາ​ໃນ​ປີ 2016, ຊຶ່ງ​ຈະ​ມີ​

ກຳ­ລັງ​ການ​ຜະ­ລິດ​ເຖິງ 1.878 ເມ​ກາ​ວັດ.

 

ຫຼັງ​ຈາກ​ນັ້ນ ທ່ານ​ຮອງ​ນາ­ຍົກ​ກໍ​ໄດ້​ຮັບ​ຟັງ​ວຽກ​ງານ​ການ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາຊົນ​ທີ່

​ຖືກ​ຜົນ​ກະ­ທົບ​ຈາກ​ການ​ ກໍ່­ສ້າງໂຄງ­ການ​ຈາກ ທ່ານ ສົມ​ມີ ໄຊ​ຍະ​ລາດ ຫົວ­ໜ້າ​ຫ້ອງ­ການ​ຍົກ­ຍ້າຍ​ຈັດ​ສັນ ແລະ ຟື້ນ​ຟູ​ຊີ­

ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ຕື່ມ​ອີກ.

 

ໃນ​ຕອນ​ທ້າຍ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ກໍ​ໄດ້​ສະ­ແດງ​ຄວາມ​ຍ້ອງ ຍໍ​ຊົມ­ເຊີຍ​ຕໍ່​ກັບ​ໂຄງ­ການ​ດັ່ງ­ກ່າວ​ທີ່​ຍາດໄດ້​ຜົ

ນ­ສຳ­ເລັດ​ໃນ​ຫຼາຍ​ ດ້ານ​ເປັນ­ຕົ້ນແມ່ນ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ ຊາ​ຊົນ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ, ພ້ອມ​

ນັ້ນ ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ທຸກພາກ­ສ່ວນ​ຈົ່ງ​ພ້ອມ​ກັນ​ເອົາ­ໃຈ­ໃສ່​ຈັດ​ ຕັ້ງປະ­ຕິ­ບັດ​ເຮັດ​ໃຫ້​ວຽກ​ງານ​ການ​ກໍ່­ສ້າງຂອງ​

ໂຄງ­ການ​ໄຟ­ຟ້າ​ພະ­ລັງ­ງານ ​ຄວາມ ຮ້ອນ​ຫົງ​ສາ​ສຳ­ເລັດ​ຕາມ​ແຜນ­ການ​ທີ່ ຄາດ­ໝາຍ​ໄວ້​ເຮັດ​ໃຫ້​ເສດ­ຖະ­ກິດ​ຂອງລາວ

ໂດຍ​ສະ­ເພາະ​ຢູ່​ເມືອງ​ຫົງ​ສາ​ໃຫ້​ດີຂຶ້ນ​ໄປ​ເລື້ອຍໆ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...