Homeຂ່າວພາຍ​ໃນ(JICA) ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ແຂວງຫຼວງພະບາງ 3 ລ້ານໂດລາສະຫະລັດ

(JICA) ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ແຂວງຫຼວງພະບາງ 3 ລ້ານໂດລາສະຫະລັດ

Published on

ຍທຂ ຫລວງພະບາງ ໄດ້ຮັບທຶນຊ່ວຍເຫລືອລ້າຈາກ ອົງການ ຮ່ວມມືສາກົນຍີ່ປຸ່ນ 3,000,000 ໂດລາ

ທ່ານ ບຼົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ແຂວງຫຼວງພະບາງ 3 ລ້ານໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການປັບປຸງການບໍລິການຂົນສົ່ງສາທາລະນະ ຫຼື ໂຄງການຂົນສົ່ງ ແລະ ຕົວເມືອງຫຼວງພະບາງທີ່ຍືນຍົງ ເຊິ່ງແຜນດັ່ງກ່າວຈະເປັນແຜນແມ່ບົດທີ່ຄວບຄຸມທັງໝົດໃນການສັນຈອນພາຍໃນນະຄອນ ຫຼວງພະບາງ ແຕ່ປີ 2025-2045 ໂດຍຈະມີການທົດລອງບໍລິການລົດສາທາລະນະເຂົ້າເຖິງແຫລ່ງທ່ອງທ່ຽວ ໂດຍບໍ່ເສຍຄ່າ (ຟຣີ) ເລີ່ມແຕ່ວັນທີ 24 ກຸມພາ ຫາ 3 ມີນາ 2025.

ໃນການທົດລອງ ແມ່ນຈັດຕັ້ງປະຕິບັດຢູ່ 3 ເສັ້ນທາງ ຄື:
1). ສະເພາະຢູ່ໃນເຂດ1 ແລະ ເຂດ2 ຂອງມໍລະ ດົກໂລກຫຼວງພະບາງ ຈະເຮັດເປັນຈຸດຈອດ ແລະ ຈອນ (Park and Ride) ໝາຍຄວາມວ່າຄົນທີ່ຈະເຂົ້າໄປໃນ ເຂດ1 ແລະ ເຂດ2 ຂອງມໍລະດົກໂລກ ຕ້ອງເອົາລົດມາຈອດໄວ້ເດີ່ນທາດຫຼວງຂອງແຂວງຫຼວງພະບາງ ທັງໝົດ ຈາກນັ້ນໃຫ້ຂີ່ລົດສາທາລະນະໄປຫາແຄມຄານ-ແຄມຂອງ, ລວມເຖິງ ຈາກເດີ່ນທາດຫຼວງ ຫາ ສາມແຍກປາກຄານ ແລ້ວກັບມາຈອດຢູ່ບ່ອນເກົ່າ, ລົດອອກທຸກ 5-10 ນາທີ ໂດຍນຳໃຊ້ຕຸກໆ 2 ແຖວ ຫຼື ລົດໄຟຟ້າ.
2). ຈາກເດີ່ນທາດຫຼວງ ຫາຕາດກວາງຊີ ອອກທຸກ 1 ຊົ່ວໂມງ ໂດຍນໍາໃຊ້ລົດເມ ແລະ
3). ຈາກເດີ່ນທາດຫຼວງ ຫາ ສາຖານີລົດ ໄຟ ອອກທຸກ 1 ຊົ່ວໂມງ ຊົ່ວໂມງ ໂດຍນໍາໃຊ້ລົດເມ.

ການປັບປຸງແກ້ໄຂສະພາບການສັນຈັນໃນຕົວເມືອງຫຼວງພະບາງ ແມ່ນບັນຫາສໍາຄັນທີ່ຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ ເນື່ອງຈາກຈໍານວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງໄປທ່ຽວນະຄອນຫຼວງພະບາງ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ການສັນຈອນໄປ-ມາ ໂດຍສະເພາະໃນໄລຍະເວລາໃນງານສໍາຄັນຕ່າງໆ ມີຄວາມແອອັດ ສົມຄວນ.

ແຫຼ່ງຂ່າວ:

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...