spot_img
Homeຂ່າວຕ່າງປະເທດອີລອນ ມັສ ຊີ້ແຈງບົດບາດໃນລັດຖະບານອາເມລິກາ ເນັ້ນຢ້ຳເຖິງຄວາມໂປ່ງໃສ

ອີລອນ ມັສ ຊີ້ແຈງບົດບາດໃນລັດຖະບານອາເມລິກາ ເນັ້ນຢ້ຳເຖິງຄວາມໂປ່ງໃສ

Published on

ອີລອນ ມັສ ມະຫາເສດຖີອັນດັບໜຶ່ງຂອງໂລກ ແລະຫົວໜ້າໜ່ວຍງານປັບໂຄງສ້າງລັດຖະບານ (Department of Government Efficiency – DOGE) ປະກົດຕົວໃນການຖະແຫຼງຂ່າວທີ່ທຳນຽບຂາວ ເມື່ອວັນທີ 11 ກຸມພາ 2025 ທີ່ຜ່ານມາ ໂດຍມີປະທານາທິບໍດີ ທ່ານ ໂດໂນ ທຣຳ ນັ່ງຟັງຢູ່ນຳ.

ມັສ ປະຕິເສດຂໍ້ກ່າວຫາວ່າການເຮັດທຸລະກິດຂອງລາວ ທີ່ມີມູນຄ່າກວ່າຫຼາຍພັນລ້ານໂຕລາກັບລັດຖະບານອາເມລິກາ ກໍ່ໃຫ້ເກີດຜົນປະໂຫຍດທັບຊ້ອນໃນບົດບາດໃໝ່ຂອງລາວ ພ້ອມຢືນຢັນວ່າການເລືອກຕັ້ງຂອງທຣຳເມື່ອປີທີ່ແລ້ວ ຖືເປັນ “ໃບອະນຸຍາດ” ໃຫ້ເດີນໜ້າປະຕິຮູບໜ່ວຍງານລັດໄດ້ຢ່າງເຕັມທີ່.

ອີລອນ ມັສ ໄດ້ກ່າວໄວ້ວ່າ “ປະຊາຊົນໂຫວດໃຫ້ເກີດການປະຕິຮູບລັດຖະບານຄັ້ງໃຫຍ່ ແລະເຮົາກຳລັງເຮັດໃຫ້ສິ່ງນັ້ນເປັນຈິງ ນີ້ລະຄືປະຊາທິປະໄຕ”

ນອກຈາກນີ້ ລາວຍັງກ່າວຫາວ່າ ລະບົບລັດຖະບານເຕັມໄປດ້ວຍ “ຄົນໂກງ” ທີ່ຮັບສິນບົນ ແລະລ່ຳລວຍມາຈາກພາສີຂອງປະຊາຊົນ ໂດຍສະເພາະຢ່າງຍິ່ງ ເຈົ້າໜ້າທີ່ຂອງ USAID ເຊິ່ງເປັນໜ່ວຍງານທີ່ລາວມີແຜນຈະປິດຕົວລົງ. ແນວໃດກໍຕາມ ຕອນນີ້ມັສຍັງບໍ່ມີຫຼັກຖານສະໜັບສະໜຸນຂໍ້ກ່າວຫາດັ່ງກ່າວ.

ມັສຍອມຮັບວ່າລາວກັບທຣຳໂອ້ລົມກັນເກືອບທຸກມື້ ກ່ຽວກັບແນວທາງປະຕິຮູບລັດຖະບານ ເຊິ່ງເຮັດໃຫ້ເກີດຄວາມກັງວົນໃນສະພາຄອງເກສ ໂດຍສະເພາະຈາກຝັ່ງເດໂມແຄຣຕ ຂະນະທີ່ພັກລິພັບລິກັນມີທ່າທີງຽບກວ່າ.

 

ຄວາມໂປ່ງໃສທີ່ຂັດແຍ້ງກັບການຫຼີກລ່ຽງການເປີດເຜີຍຂໍ້ມູນການເງິນ

ມັສຢືນຢັນວ່າ “ຄວາມໂປ່ງໃສສ້າງຄວາມໄວ້ວາງໃຈ” ແລະອ້າງວ່າທຸກການດຳເນີນງານຂອງ DOGE ຖືກເຜີຍແພ່ຜ່ານບັນຊີໂຊຊ້ຽວມິເດຍ ແລະເວັບໄຊຂອງໜ່ວຍງານລັດ ຂະນະດຽວກັນ ລາວປະຕິເສດທີ່ຈະເປີດເຜີຍຂໍ້ມູນການເງິນຂອງຕົນຕໍ່ສາທາລະນະ.

ກ່ອນໜ້ານີ້ ເຈົ້າໜ້າທີ່ທຳນຽບຂາວລະບຸວ່າ ອີລອນ ມັສ ບໍ່ຈຳເປັນຕ້ອງຍື່ນເອກະສານເປີດເຜີຍຂໍ້ມູນການເງິນຕໍ່ສາທາລະນະ ເນື່ອງຈາກລາວເປັນ “ພະນັກງານລັດຖະບານພິເສດທີ່ບໍ່ໄດ້ຮັບຄ່າຈ້າງ” ເຮັດໃຫ້ເກີດຂໍ້ສົງໄສກ່ຽວກັບຜົນປະໂຫຍດທັບຊ້ອນ ເນື່ອງຈາກບໍລິສັດຂອງລາວມີມູນຄ່າມະຫາສານກັບລັດຖະບານ.

 

ບົດບາດຂອງອີລອນ ມັສໃນລັດຖະບານ ແລະຄຳຖາມກ່ຽວກິດອິດທິພົນເໜືອທຣຳ

ໃນລະຫວ່າງການຖະແຫຼງຂ່າວ ມັສມີທ່າທີໂດດເດັ່ນກວ່າທຣຳ ເຊິ່ງນັ່ງຟັງງຽບໆ ແລະມີພຽງບາງຊ່ວງທີ່ລາວຂໍໃຫ້ມັສອະທິບາຍເພີ່ມເຕີມ ກ່ຽວກັບການຄົ້ນພົບຄວາມສູນເປົ່າໃນລັດຖະບານ.

ທ່ານ ໂດໂນ ທຣຳ ກ່າວວ່າ “ມັສເປັນຄົນທີ່ປະສົບຜົນສຳເລັດ ນັ້ນເປັນເຫດຜົນທີ່ເຮົາຢາກໃຫ້ລາວເຮັດສິ່ງນີ້”

ເຖິງແມ່ນວ່າມັສຈະບໍ່ສາມາດເປັນປະທານາທິບໍດີອາເມລິກາໄດ້ ເນື່ອງຈາກລາວເກີດຢູ່ທີ່ແອຟຣິກາໃຕ້ ແຕ່ລາວກາຍເປັນໜຶ່ງໃນບຸກຄົນ ທີ່ມີອິດທິພົນຫຼາຍທີ່ສຸດໃນລັດຖະບານອາເມລິການະເວລານີ້.

ມັສ ກ່າວຕື່ມວ່າ “ທຸກຢ່າງທີ່ພວກເຮົາເຮັດເປັນສາທາລະນະ ຖ້າມີສິ່ງໃດທີ່ເບິ່ງຄືເປັນຜົນປະໂຫຍດທັບຊ້ອນ ທຸກຄົນຈະເວົ້າເຖິງມັນທັນທີ”

 

ທີ່ມາ: CNN

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...