spot_img
Homeຂ່າວຕ່າງປະເທດໄທຕັດໄຟຟ້າ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ເພື່ອແກ້ໄຂບັນຫາແກ້ງຄໍເຊັນເຕີ

ໄທຕັດໄຟຟ້າ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ເພື່ອແກ້ໄຂບັນຫາແກ້ງຄໍເຊັນເຕີ

Published on

ໄທຕັດໄຟຟ້າ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ເພື່ອແກ້ໄຂບັນຫາແກ້ງຄໍເຊັນເຕີສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 5 ກຸມພາ 2025, ເຈົ້າໜ້າທີ່ການໄຟຟ້າສ່ວນພູມມິພາກ ປະເທດໄທ ປຶກສາຫາລື ຕັດການຈ່າຍໄຟຟ້າໃຫ້ຊາຍແດນມຽນມາ ຫຼັງມີຂໍ້ມູນວ່າໄຟຟ້າດັ່ງກ່າວແມ່ນນຳໄປໃຫ້ກັບກຸ່ມແກ້ງຄໍເຊັນເຕີ ແລະ ອາດຊະຍາກຳຂ້າມຊາດ.

ພາຍຫຼັງຈົບກອງປະຊຸມດັ່ງກ່າວ, ທ່ານ ພູມທຳ ເວດຊາຍະໄຊ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງພາຍໃນ ປະເທດໄທ ເປີດເຜີຍວ່າ: ຫຼັງຈາກມີການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເຊິ່ງເຫັນວ່າ ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງປະຊາຊົນຊາວໄທ ເຊິ່ງມີຜູ້ໄດ້ຮັບຜົນກະທົບ 550,000 ຄະດີລວມມູນຄ່າຄວາມເສຍຫາຍກວ່າ 86,000 ລ້ານບາດ, ສະເລ່ຍສູນເສຍເງິນກວ່າ 80 ລ້ານບາດຕໍ່ມື້ ຈຶ່ງຖືໄດ້ວ່າເປັນຜົນກະທົບທີ່ຮຸນແຮງຕໍ່ປະຊາຊົນ.ດັ່ງນັ້ນ, ລັດຖະບານໄທ ຈຶ່ງໄດ້ມີມະຕິເຫັນດີທຳການຕັດໄຟຟ້າ, ອິນເຕີເນັດ ແລະ ນ້ຳມັນ 5 ຈຸດຫຼັກ ບໍລິເວນຊາຍແດນ ໄທ-ມຽນມາ ເຊິ່ງເລີ່ມຕັ້ງແຕ່ 9:00 ເຊົ້າຂອງມື້ນີ້ເປັນຕົ້ນໄປ, ໂດຍຈະແຈ້ງໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງ ແລະ ໂຮງໝໍໃນເຂດນັ້ນທີ່ອາດຈະໄດ້ຮັບຜົນກະທົບ.

ສຳລັບ 5 ຈຸດທີ່ໄດ້ມີການຕັດໄຟຟ້າປະກອບມີ:
-ຈຸດຊື້ຂາຍໄຟຟ້າບໍລິເວນບ້ານພະເຈດີສາມອົງ – ເມືອງພະຍາຕອງຊູ ລັດມອນ
-ຈຸດຊື້ຂາຍໄຟຟ້າບໍລິເວນບ້ານເມືອງແດງ – ເມືອງທ່າຂີ້ເຫຼັກ ລັດຊານ
-ຈຸດຊື້ຂາຍໄຟຟ້າບໍລິເວນຂົວມິດຕະພາບ ໄທ – ມຽນມາ – ເມືອງທ່າຂີ້ເຫຼັກ ລັດຊານ
-ຈຸດຊື້ຂາຍໄຟຟ້າບໍລິເວນຂົວມິດຕະພາບ ໄທ – ມຽນມາ ແຫ່ງທີ 2 ເມືອງມຽວດີ
-ຈຸດຊື້ຂາຍໄຟຟ້າບໍລິເວນບ້ານຫ້ວຍມ່ວງ-ເມືອງມຽວດີ

ອີງຕາມສຳນັກຂ່າວ “Tachileik News Agency” ຂອງມຽນມາໄດ້ແຈ້ງໃຫ້ຮູ້ວ່າ ຈາກກໍລະນີປະເທດໄທກຽມຕັດໄຟຟ້າເຂດທ່າຂີ້ເຫຼັກ ແລະ ມຽວດີ, ເຈົ້າໜ້າທີ່ຈາກສຳນັກງານຄະນະກຳມະການກຳກັບດູແລໄຟຟ້າປະຈຳເມືອງແມ່ນມີແຜນກຽມຈ່າຍໄຟຟ້າຈາກລາວ ໃນກໍລະນີທີ່ເກີດໄຟຟ້າດັບ.

ແຫຼ່ງຂ່າວຈາກ: TO DAY

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...