spot_img
Homeຂ່າວຕ່າງປະເທດພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ

Published on

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ ກ່ອນຈະຕົກລົງໃນແມ່ນ້ຳ ທີ່ນະຄອນຫຼວງວໍຊິງຕັນ ເຈົ້າໜ້າທີ່ຜູ້ຊ່ຽວຊານນຳໄປກວດສອບແລ້ວ ເພື່ອຫາເບາະແສກ່ຽວກັບຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ຄາດວ່າຜູ້ໂດຍສານທີ່ຢູ່ເທິງເຮືອບິນ ແລະ ເຮລິຄອບເຕີ ລວມ 67 ຄົນ ໜ້າຈະເສຍຊີວິດທັງໝົດ.

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 31 ມັງກອນ 2025 ນີ່: ເຈົ້າໜ້າທີ່ໄດ້ລາຍງານພົບກ່ອງດຳ 2 ກ່ອງ ເຊິ່ງເປັນອຸປະກອນໃນການບັກທຶກສຽງ ແລະ ຂໍ້ມູນໃນຫ້ອງຂັບນັກບິນ ແລະ ອຸປະກອນຈາກເຮືອບອມບາເດຍ CRJ 700 ຂອງສາຍການບິນອາເມຣິກາ ແອລາຍ ທີ່ປະສົບອຸບັດຕິເຫດ ຕຳກັບ ເຮລິຄອບເຕີ ຂອງກອງທັບ ໃນຂະນະທີ່ເຮືອບິນ ກຳລັງລົງຈອດທີ່ສະໜາມບິນນາໆຊາດໂຮນັນ ໃນກຸງວໍຊິງຕັນ.

ຜູ້ຊ່ຽວຊານລະບຸວ່າ: ໄດ້ນຳກ່ອງດຳໄປກວດສອບເພື່ອຫາເບາະແສ ພາຍໃນ 30 ວັນ ເພື່ອຫາສາເຫດກ່ຽວກັບຂໍ້ຜິດພາດທີ່ອາດຈະເກີດຂຶ້ນ.

ທາງດ້ານກູ້ໄພເປີດເຜີຍວ່າ: ທີມນັກຄົ້ນຫາ, ກູ້ໄພ ລວມ 300 ຄົນ ແລະ ເຮືອຫຼາຍລຳຕ່າງພາກັນເລັ່ງຊ່ວຍໃຫ້ໄວທີສຸດ ໂດຍການຄ້ນຫາຕະຫຼອດທັງຄືນ ທ່າມກາງແມ່ນ້ຳທີ່ເຢັນ ສາມາດເກັບກູ້ຮ່າງຜູ້ເສຍຊີວິດ ຈາກເຮືອບິນໄດ້ແລ້ວຢ່າງນ້ອຍ 30 ຄົນ ໂດຍພາລະກິດການຊ່ວຍເຫຼືອຖືກປ່ຽນຈາກການຄົ້ນຫາ ແລະ ຊ່ວຍເຫຼືອ ມາເປັນພາລະເກັບເກັບກູ້ຮ່າງແລ້ວ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...