Homeຂ່າວຕ່າງປະເທດF-35 ກອງທັບອາກາດສະຫະລັດ ເກີດເຫດຕົກໃນອາລາສກາ ໂຊກດີນັກບິນດີດຕົວອອກໄດ້ທັນ

F-35 ກອງທັບອາກາດສະຫະລັດ ເກີດເຫດຕົກໃນອາລາສກາ ໂຊກດີນັກບິນດີດຕົວອອກໄດ້ທັນ

Published on

F-35 ກອງທັບອາກາດສະຫະລັດ ເກີດເຫດຕົກໃນອາລາສກາ ໂຊກດີທີ່ນັກບິນສາມາດດີດຕົວອອກໄດ້ທັນປອດໄພ.

ສຳນັກຂ່າວຕ່່ງປະເທດລາຍງານໃນວັນທີ 29 ມັງກອນ 2025 ຜ່ານມາ, ທ່ານ ພົນເອກ ພອລ ທາວເຊັນ ຜູ້ບັນຊາການກອງບິນຂັບໄລ່ທີ່ 354 ໄດ້ອອກມາຖະແຫຼງຂ່າວກ່ຍວກັບເຫດການ ເຮືອບິນຂັບໄລ່ F-35 ປະສົບອຸບັດຕິເຫດຕົກລະຫວ່າງການຝຶກຊ້ອມ ໂດຍມີເນື້ອໃນວ່າ: ເຮືອບິນລຳດັ່ງກ່າວຕົກໃນລະຫວ່າງທີ່ກຳລັງລົງຈອດໃນສະໜາມບິນ ຂອງກອງທັບອາກາດ  (Eielson) ໃນອາລາສກາ ສະຫະລັດອາເມຣິກາ ເມື່ອວັນທີ 28 ມັງກອນ 2025 ຜ່ານມາ, ນັກບິນສາມາດດີດຕົວອອກມາຈາກເຮືອບິນໄດ້ຢ່າງປອດໄພ.

ທ່ານໄດ້ກ່າວຕື່ມອີກວ່າ: ນັກບິນໄດ້ປະກາດເຫດສຸກເສີນເທິງເຮືອບິນກ່ອນເກີດອຸບັດຕິເຫດ ໂດຍທາງກອງທັບອາກາດຈະດຳເນີນການສອບສວນຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເຫດການດັ່ງກ່າວເກີດຂຶ້ນອີກ.

ເຊິ່ງກ່ອນໜ້ານີ້ໃນຊ່ວງ ເດືອນພຶດສະພາ ປີ 2024 ກໍເກີດເຫດລັກສະນະດຽວກັນ ເຮືອບິນ F-35 ທີ່ກຳລັງເດີນທາງຈາກລັດເທັກຊັດ ໄປຫາ ຖານທັບອາກາດເອັດເວີດ ທີ່ຢູ່ໃກ້ເມືອງລອສແອນແຈລີສ ລັດແຄລິຟໍເນຍ ໄດ້ປະສົບອຸູບັດຕິເຫດຕົກ ຫຼັງຈາກນັກບິນຢຸດເຕີມນ້ຳມັນເຊື້ອໄຟໃນລັດນິວແມັກຊິໂກ ທາງດ້ານນັກບິນໄດ້ຮັບບາດເຈັບສາຫັດ.

ແຫຼ່ງຂ່າວ: PPTV

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...